leftcenterrightdel
ທ່ານຮອງລັດຖະມົນຕີຕ່າງປະເທດລັດເຊຍ Sergei Ryabkov. ພາບ: Tass

ທ່ານຮອງລັດຖະມົນຕີຕ່າງປະເທດ Sergei Ryabkov ໃຫ້ຮູ້ວ່າ, ສອງຝ່າຍສືບຕໍ່ປຶກສາຫາລືກ່ຽວກັບທຸກບັນຫາກ່ຽວຂ້ອງເຖິງສະຖຽນລະພາບຍຸດທະສາດ ແລະການຄວບຄຸມອາວຸດ ແລະບັນລຸໄດ້ຄວາມຄືບໜ້າບາງຢ່າງ. ສິ່ງດັ່ງກ່າວມີຄວາມສຳຄັນຍິ່ງ ແລະກ່ຽວຂ້ອງເຖິງການຈັດຕັ້ງປະຕິບັດວຽກງານຕໍ່ໄປ. ບັນດາຝ່າຍຈະຍົກອອກຂໍ້ຕົກລົງວ່າດ້ວຍຮອບເຈລະຈາຄັ້ງຕໍ່ໄປກ່ຽວກັບສະຖຽນລະພາບຍຸດທະສາດພາຍຫຼັງທີ່ 2 ກຸ່ມເລີ່ມປະຕິບັດການເຄື່ອນໄຫວ. ນອກນັ້ນ, ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ, ຄະນະກຳມະການທາບທາມຄວາມເຫັນລັດເຊຍ-ອາເມລິກາ ກ່ຽວກັບສັນຍາອາວຸດບຸກໂຈມຕີຍຸດທະສາດຈະເລີ່ມເຮັດວຽກຢູ່ເຊີແນວ ໃນວັນທີ 5 ຕຸລາ.

ພາຍຫຼັງການປຶກສາຫາລືຢູ່ເຊີແນວ, ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ການເຈລະຈາໄດ້ດຳເນີນໄປຢ່າງເຄັ່ງຕຶງ ແລະແທດຈິງ. ທາງກະຊວງນີ້ກໍ່ຢືນຢັນຂໍ້ຕົກລົງສ້າງຕັ້ງ 2 ກຸ່ມລະຫວ່າງຂະແໜງກ່ຽວກັບສະຖຽນລະພາບຍຸດທະສາດ.

ແຫຼ່ງຄັດຈາກ: vovworld.vn