leftcenterrightdel
ທ່ານລັດຖະມົນຕີຕ່າງປະເທດ ອີຣານ Hossein Amir Abdollahian. ພາບ: IRNA/ສໍານັກຂ່າວສານຫວຽດນາມ.

ວັນທີ 24 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian ໃຫ້ຮູ້ວ່າ ບັນດາການເຈລະຈາກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ທີ່ໄດ້ລົງນາມເມື່ອປີ 2015 ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໂດຍໄວ ແລະ ລັດຖະບານໃໝ່ຂອງປະເທດນີ້ພວມພິຈາລະນາວິທີການດຳເນີນການເຈລະຈາຢ່າງມີປະສິດທິຜົນໃນນະໂຍບາຍການຕ່າງປະເທດຂອງຕົນ. ກ່າວຄໍຳເຫັນໃນການປະຊຸມຖະແຫຼງຂ່າວຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຢູ່ນະຄອນ ນິວຢອກ (ອາເມລິກາ), ທ່ານ Hossein Amir Abdollahian ຊີ້ແຈ້ງວ່າ ອີຣານ ຈະບໍ່ປະລະການເຈລະຈາ ແລະຈະສືບຕໍ່ໄປຕາມເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ. ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ເຜີຍໃຫ້ຮູ້ວັນເວລາທີ່ຄາດວ່າຈະເຊື່ອມຕໍ່ການເຈລະຈາຄືນໃໝ່.

ແຫຼ່ງຄັດຈາກ: vovworld.vn