leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Joe Biden ກ່າວຄໍາເຫັນທີ່ການຖະແຫຼງຂ່າວຢູ່ວໍຊິງຕັນ. ພາບ: AFP/TTXVN

ການບຸກໂຈມຕີກໍ່ການຮ້າຍແນໃສ່ ອາເມລິກາ ຂອງກຳລັງ Al Qaeda ໃນວັນທີ 11 ກັນຍາ ປີ 2001 ໄດ້ເຮັດໃຫ້ທົ່ວໂລກສັ່ນສະເທື່ອນ. ການບຸກໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2.976 ຄົນ, ມີຜູ້ຮັບບາດເຈັບກວ່າ 6.000 ຄົນ ແລະສ້າງຜົນເສຍຫາຍກ່ຽວກັບດ້ານຊັບສິນ ແລະພື້ນຖານໂຄງລ່າງຢ່າງໜ້ອຍສຸດ 10 ຕື້ໂດລາສະຫະລັດ, ຄາດວ່າ ໄດ້ກໍ່ຜົນເສຍຫາຍລວມທັງໝົດຂຶ້ນເຖິງ 3.000 ຕື້ໂດລາສະຫະລັດ. ເຫດກໍ່ການຮ້າຍດັ່ງກ່າວ ຍັງສົ່ງຜົນຮ້າຍຢ້ອນຫຼັງຢ່າງຫຼວງຫຼາຍຕໍ່ສຸຂະພາບ ແລະບາດແຜດ້ານຈິດຕະສາດທີ່ແກ່ຍາວ, ພິເສດແມ່ນສຳລັບປະຊາຊົນ ນິວຢອກ.

ແຫຼ່ງຄັດຈາກ: vovworld.vn