leftcenterrightdel
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນຂໍ້ລິເລີ່ມຂອງຫວຽດນາມ ແລະເຢຍລະມັນ. ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຂອບໃຈບັນດາປະເທດໄດ້ສະໜັບສະໜູນ ແລະຕອບສະໜອງຂໍ້ລິເລີ່ມ, ຢັ້ງຢືນວ່າ ຫວຽດນາມ ເປັນກຽດແມ່ນໜຶ່ງໃນ 12 ປະເທດສ້າງຕັ້ງກຸ່ມເພື່ອນມິດ. ທ່ານ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ ຄໍາໝັ້ນສັນຍາຂອງຫວຽດນາມ ແມ່ນປະຕິບັດ, ເຊີດຊູ UNCLOS, ກົດບັດ ສປຊ ແລະກົດໝາຍສາກົນ. ພ້ອມທັງປາດຖະໜາວ່າ ກຸ່ມເພື່ອນມິດຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບ UNCLOS, ແບ່ງປັນພຶດຕິກໍາຕົວຈິງທີ່ດີໃນການນໍາໃຊ້ UNCLOS ເຂົ້າໃນການຂີດຂັ້ນເຂດທະເລ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ຮູບແບບຄຸ້ມຄອງມະຫາສະໝຸດ, ຈາກນັ້ນໜູນຊ່ວຍການປະຕິບັດ UNCLOS ແລະຕອບສະໜອງຄວາມສົນໃຈລວມຂອງປະຊາຄົມສາກົນ.

ໂດຍ: ເຈິ່ນຮວ່ຽນ