leftcenterrightdel
ການເຈລະຈາຮອບທີ 6 ກ່ຽວກັບຂໍ້ຕົກລົງນິວເຄຼຍອີຣານ. ພາບ: THX/ສໍານັກຂ່າວສານຫວຽດນາມ.

ຕາມກະຊວງການຕ່າງປະເທດຝລັ່ງ ແລ້ວ, “ບັນດາຄວາມບໍ່ລົງລອຍກັນໃນບັນຫາໃຫຍ່ຍັງຄົງມີຢູ່” ເມື່ອບັນດາຜູ້ຕາງໜ້າອັງກິດ, ຈີນ, ຝລັ່ງ, ເຢຍລະມັນ, ລັດເຊຍ ແລະ ອີຣານ ໄດ້ພົບປະກັນຢູ່ວຽນ ເພື່ອແນໃສ່ຊອກຫາບາດກ້າວບຸກທະລຸສຳລັບສະພາບການປັດຈຸບັນ. ຖະແຫຼງການຂອງກະຊວງການຕ່າງປະເທດຝລັ່ງ ຊີ້ແຈ້ງວ່າ: ວິວັດການເຈລະຈາພວມນັບມື້ນັບປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າ ເມື່ອສຸມໃສ່ບັນດາບັນຫາທີ່ຍາກກວ່າ. ສະພາບການດັ່ງກ່າວ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຕ້ອງຍົກອອກຄຳຕັດສິນທີ່ກ້າຫານ ແລະວ່ອງໄວ, ເພາະວ່າ ປັດຈຸບັນ, ບໍ່ມີຝ່າຍໃດມີທ່າໄດ້ປຽບກ່ຽວກັບບັນຫາວັນເວລາແລ້ວ.

ໃນວັນດຽວກັນ, ບັນດາປະເທດ ອາຣັບ ເຂດອ່າວ ເປີເຊຍ ກໍຖະແຫຼງວ່າ ເລື່ອງແຍກຂໍ້ຕົກລົງນິວເຄຼຍ ເຊິ່ງບັນດາປະເທດມະຫາອຳນາດໃນໂລກໄດ້ລົງນາມກັບອີຣານ ອອກຈາກໂຄງການລູກສອນໄຟຂອງ ເຕເຮຣານ ແມ່ນສິ່ງທີ່ອັນຕະລາຍ, ພ້ອມທັງຢັ້ງຢືນວ່າ ບັນດາປະເທດເຂດອ່າວເປີເຊຍ ພ້ອມແລ້ວທີ່ຈະເຂົ້າຮ່ວມວິວັດການເຈລະຈາ ກັບ ອີຣານ.

ແຫຼ່ງຄັດຈາກ: vovworld.vn