ການຕົກລົງນີ້ໄດ້ຍົກອອກທີ່ກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີຂອງ 11 ປະເທດສະມາຊິກ CPTPP. ໃນຖະແຫຼງການໜຶ່ງ, ບັນດາປະເທດສະມາຊິກ CPTPP ເນັ້ນໜັກວ່າ: “ເລື່ອງອັງກິດ ເລີ່ມປະຕິບັດການເຂົ້າເປັນສະມາຊິກຈະສົ່ງສັນຍານຢ່າງແຮງເຖິງບັນດາຄູ່ຮ່ວມມືດ້ານການຄ້າຂອງພວກຂ້າພະເຈົ້າໃນທ່ົວໂລກກ່ຽວກັບຄວາມສາມາດເປີດກວ້າງຂອງ CPTPP”.

leftcenterrightdel
ບັນຍາກາດທີ່ກອງປະຊຸມພິຈາລະນາໃຫ້ອັງກິດ ເຂົ້າເປັນສະມາຊິກ CPTPP. ພາບ: ສໍານັກຂ່າວສານຫວຽດນາມ.

ອັງກິດໄດ້ສົ່ງໃບຄໍາຮ້ອງເຂົ້າເປັນສະມາຊິກ CPTPP ໃນເດືອນ ກຸມພາ 2021 ໃນຂະນະທີ່ລອນດອນ ຊອກຫາວິທີເປີດເສັ້ນທາງໃໝ່ໃຫ້ການຄ້າພາຍຫຼັງຖອນອອກຈາກ ອີຢູ, CPTPP ໄດ້ລົບລ້າງພາສີເຖິງ 95% ລະຫວ່າງ 11 ປະເທດສະມາຊິກ, ລວມມີ: ຍີ່ປຸ່ນ, ການາດາ, ອົດສະຕາລີ, ຫວຽດນາມ, ນິວເຊີແລນ, ສິງກະໂປ, ແມັກຊິໂກ, ບຣູໄນ, ຈີເລ ແລະມາເລເຊຍ.

ໂດຍ: ກວຽດເຕີມ