leftcenterrightdel
ສະຖານທີ່ເກີດເຫດບຸກໂຈມຕີທາງອາກາດຂອງຢູ່ ອິດສະລາແອັນ ຢູ່ເຂດ Gaza. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 28 ພຶດສະພາ, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງໜູນຊ່ວຍ ເພື່ອໃຫ້ພະນັກງານກູຊ່ວຍສຳຜັດກັບບັນດາຄົນເຈັບຢູ່ເຂດ Gaza ຫຼື ອະນຸຍາດໃຫ້ເຂົາເຈົ້າອອກຈາກຜືນແຜ່ນດິນແຫ່ງນີ້ ເພື່ອໄດ້ຮັບການປິນປົ່ວດູແລສຸຂະພາບ. ຄຳຮຽກຮ້ອງໄດ້ຍົກອອກມາໃນສະພາບການບັນດາພະນັກງານການແພດພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການດູແລຜູ້ຕິດພະຍາດ ແລະ ໄດ້ຮັບບາດເຈັບໃນການປະທະກັນທີ່ຮ້າຍແຮງລະຫວ່າງອິດສະລາແອັນ ແລະ ຂະບວນການອິດສະລາມ Hamas ທີ່ໄດ້ດຳເນີນມາເປັນເວລາ 11 ວັນ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ເຊີແນວ ປະເທດ ສະວິດ, ທ່ານ ໂຄສົກຂອງ WHO Fadela Chaib ໃຫ້ຮູ້ວ່າ ນັບແຕ່ເວລາເກີດການປະທະກັນ ເມື່ອຕົ້ນເດືອນພຶດສະພານີ້, ມີຄົນເຈັບປະມານ 600 ຄົນ, ໃນນັ້ນມີບາງຄົນຕິດພະຍາດຊຳເຮື້ອທີ່ຈຳເປັນຕ້ອງໄດ້ຮັບການປິນປົ່ວຢູ່ນອກເຂດ Gaza ແຕ່ວ່າບໍ່ສາມາດອອກຈາກເຂດນີ້ໄດ້ຍ້ອນບັນດາດ່ານຊາຍແດນຖືກປິດ. WHO ກ່າວເຕື່ອນວ່າ ບັນດາສູນການແພດຢູ່ເຂດ Gaza ມີຄວາມສ່ຽງເຄື່ອນໄຫວເກີນຄວາມສາມາດຍ້ອນວ່າບັນດາຮາກຖານນີ້ຖືກເປເພຢ່າງຮ້າຍແຮງພາຍຫຼັງການປະທະກັນດັ່ງກ່າວ. ບັນດາອົງການຕ່າງໆກໍ່ສ່ອງແສງບັນດາຄວາມຫຍຸ້ງຍາກໃນວຽກງານໜູນຊ່ວຍດ້ານມະນຸດສະທຳ ແລະ ສະໜອງຢຸກຢາໃຫ້ແກ່ເຂດນີ້.

ແຫຼ່ງຄັດຈາກ: vovworld.vn