ຫວຽດນາມ ຮຽກຮ້ອງໃຫ້ເພີ່ມທະວີຄວາມມານະພະຍາຍາມປົກປ້ອງສາມັນຊົນ ຢູ່ຊູດັງ
ກປ.ອອນໄລ - ວັນທີ 9 ມີນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍ ກ່ຽວກັບສະພາບການຢູ່ຊູດັງ ແລະການເຄື່ອນໄຫວຂອງຄະນະປະຕິບັດງານໜູນຊ່ວຍຂອງ ສປຊ ປະຈໍາຊູດັງ (UNITAMS).
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ສະແດງ ຄວາມປາດຖະໜາວ່າ ລັດຖະບານຊົ່ວຄາວ ແລະຝ່າຍຕ່າງໆທີ່ກ່ຽວຂ້ອງຢູ່ຊູດັງ ຈະສືບຕໍ່ຜັນຂະຫຍາຍຂໍ້ຕົກລົງສັນຕິພາບ ລົງໃນວັນທີ 3 ຕຸລາ 2020 ຢ່າງຄົບຖ້ວນ, ປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບທີ່ຍາວນານຢູ່ຊູດັງ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ຝ່າຍຊູດັງ ເພີ່ມທະວີຄວາມມານະພະຍາຍາມປົກປ້ອງສາມັນຊົນ ແລະແກ້ໄຂສາຍເຫດຕົ້ນຕໍຂອງບັນຫາໃຊ້ຄວາມຮຸນແຮງລະຫວ່າງປະຊາຄົມຕ່າງໆ, ໃນນັ້ນມີບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະໄກ່ເກ່ຍຄວາມປອງດອງ.
|
|
ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມກ່ຽວກັບສະພາບການຢູ່ຊູດັງ. ພາບ: baoquocte.vn. |
ທ່ານ ດັ້ງດິ່ງກຸ໊ຍ ຕີລາຄາສູງຕໍ່ບົດບາດຂອງ ສປຊ, ບັນດາປະເທດ ແລະອົງການຈັດຕັ້ງໃນພາກພື້ນໃນການຊຸກຍູ້ສັນຕິພາບ ແລະສະຖຽນລະພາບຢູ່ຊູດັງ ແລະຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ໜູນຊ່ວຍມະນຸດສະທໍາ ແລະສ້າງເງື່ອນໄຂຫຼາຍກວ່າອີກໃຫ້ແກ່ປະເທດຊູດັງ ໄດ້ສໍາຜັດກັບລະບອບລະບຽບການດ້ານການເງິນສາກົນ. ພ້ອມກັນນັ້ນ, ທ່ານ ດັ້ງດິ່ງກຸ໊ຍ ກໍ່ສະແດງຄວາມປາດຖະໜາຢາກໃຫ້ຄະນະປະຕິບັດງານໜູນຊ່ວຍຂອງ ສປຊ ມີການເຄື່ອນໄຫວຢ່າງຄົບຖ້ວນໂດຍໄວເພື່ອໜູນຊ່ວຍວິວັດທະນາການເຊື່ອມຕໍ່ ແລະພັດທະນາຢູ່ຊູດັງ.
ໂດຍ: ກວຽດເຕິມ