leftcenterrightdel
ສຳນັກງານສະພາແຫ່ງຊາດອາເມລິກາ ຢູ່ວໍຊິງຕັນ. ພາບ: Stanford News

ຄ້າຍຄືກັນກັບການປ່ອນບັດຢູ່ສະພາສູງກ່ອນໜ້ານັ້ນ, ບໍ່ມີສະມາຊິກສະພາຕ່ຳຂອງພັກສາທາລະນະທ່ານໃດສະໜັບສະໜູນຕໍ່ຮ່າງກົດໝາຍສະບັບດັ່ງກ່າວ.

ຮ່າງກົດໝາຍມີຊື່ວ່າ “ແຜນການກູ້ເອົາປະເທດອາເມລິກາ” ນີ້ຈະໜູນຊ່ວຍປະຊາຊົນອາເມລິກາໂດຍກົງ ດ້ວຍ 1.400 USD, ຕໍ່ກຳນົດເວລາອອກເງິນອຸດໜູນວ່າງງານຂອງປະຊາຊົນນັບລ້ານຄົນ ແລະປ່ຽນແປງບາງຂໍ້ກຳນົດກ່ຽວກັບອາກອນເພື່ອແນໃສ່ໜູນຊ່ວຍບັນດາຄອບຄົວທີ່ມີເດັກນ້ອຍ. ຮ່າງກົດໝາຍດັ່ງກ່າວ ກໍ່ແບ່ງຈຳນວນເງິນນັບສິບຕື້ USD ໃຫ້ແກ່ການວິໄຈຫາເຊື້ອໄວຣັດ ໂຄວິດ-19, ຄົ້ນຫາປະຫວັດການໄປມາ ແລະການພັດທະນາວັກຊິນ ມຸ່ງໄປເຖິງເປົ້າໝາຍຂອງທ່ານປະທານາທິບໍດີ Joe Biden ນັ້ນແມ່ນຜະລິດວັກຊິນກັນພະຍາດໂຄວິດ-19 ເພື່ອໃຫ້ປະຊາຊົນອາເມລິກາທຸກຄົນ ໄດ້ຮັບການສັກວັກຊິນຢ່າງພຽງພໍໃນທ້າຍເດືອນພຶດສະພາ. ນອກຈາກນັ້ນ, ງົບປະມານໃນຮ່າງກົດໝາຍດັ່ງກ່າວກໍ່ຈະໄດ້ນຳໃຊ້ເພື່ອຊ່ວຍເປີດໂຮງຮຽນຄືນໃໝ່, ຊ່ວຍໃຫ້ບັນດາຮ້ານອາຫານ ແລະວິສາຫະກິດສືບຕໍ່ຮັກສາການເຄື່ອນໄຫວ ແລະຊ່ວຍເຫຼືອອຳນາດການປົກຄອງບັນດາລັດນ້ອຍ ແລະ ທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກກ່ຽວກັບແຫຼ່ງລາຍຮັບງົບປະມານ.

ແຫຼ່ງຄັດຈາກ: vovworld.vn