ໃນຖະແຫຼງການ, ຄະນະໜູນຊ່ວຍ ໄດ້ຊີ້ແຈ້ງວ່າ: “ພາລະກຳຂອງຄະນະກຳມະການໃໝ່ຈະໄດ້ຈຳກັດເວລາຢ່າງເຂັ້ມງວດ ແລະ ໜ້າທີ່ຫຼັກຂອງຄະນະກຳມະການນີ້ແມ່ນປຶກສາຫາລືບັນດາບັນຫາທີ່ຍັງຄົງຄ້າງ ເຊິ່ງກ່ຽວຂ້ອງເຖິງການເລືອກເອົາຄະນະບໍລິຫານ ເອກະພາບ, ພ້ອມທັງຍົກອອກຂໍ້ສະເໜີແນະຢ່າງລະອຽດ, ແທດຈິງເພື່ອໃຫ້ຄະນະການນຳພິຈາລະນາຕົກລົງ”. ຖະແຫຼງການນີ້ກໍ່ໃຫ້ຮູ້ວ່າ: “ຕາມຫຼັກການຫຼັກແຫຼ່ງຂອງ LPDF ແລ້ວ, ຄະນະໜູນຊ່ວຍ ໄດ້ຂະຫຍາຍຈຳນວນສະມາຊິກຂອງຄະນະກຳມະການໃຫ້ຄຳປຶກສາຂຶ້ນເປັນ 18 ຄົນ ເພື່ອແນໃສ່ຮັບປະກັນຄວາມເປັນຫຼາຍຮູບແບບກ່ຽວກັບພູມີປະເທດ ແລະການເມືອງ ກໍ່ຄືພາກສ່ວນເຂົ້າຮ່ວມລວມມີແມ່ຍິງ, ຊາວໜຸ່ມ ແລະພາກສ່ວນວັດທະນະທຳ.”

ແຫຼ່ງຄັດຈາກ: vovworld.vn