leftcenterrightdel
ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ແລະຄູ່ຮ່ວມຕຳແໜ່ງຟີລິບປິນ. ພາບ: ​CNN

ໃນຂະນະນັ້ນ, ປະກາດໃນເວັບໄຊຂອງກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ ນັກການທູດແຖວໜ້າສອງທ່ານຂອງ ຟີລິບປິນ ແລະອາເມລິກາ ໄດ້ປຶກສາຫາລືກ່ຽວກັບບັນດາໂອກາດເພື່ອປັບປຸງສຳພັນທະມິດລະຫວ່າງ ອາເມລິກາ - ຟີລິບປິນ ໃຫ້ດີກ່ວາອີກ ແລະລັກສະນະບັງຄັບຂອງຄຳຕັດສິນຂອງສານກຳມະການໃນປີ 2016 ສຳລັບທຸກຝ່າຍຢູ່ທະເລຕາເວັນອອກ, ພ້ອມທັງກໍ່ໄດ້ປຶກສາຫາລືກ່ຽວກັບການພົວພັດ້ານເສດຖະກິດ, ຄວາມໝັ້ນຄົງ, ປະຊາທິປະໄຕ ແລະການພົບປະແລກປ່ຽນປະຊາຊົນ, ສ້າງການພົວພັນຢ່າງໜັກແໜ້ນລະຫວ່າງສອງປະເທດ.

ປີ 2016, ສານກຳມະການຢູ່ລາໄຮ ໄດ້ຮັບຮອງເອົາບັນດາສິດອະທິປະໄຕຂອງຟີລິບປິນ ຢູ່ບັນດາເຂດໃນເຂດເສດຖະກິດພິເສດ ເຊິ່ງມີການຂັດແຍ້ງກັນກັບຈີນ ແລະປະຕິເສດຖະແຫຼງການອະທິປະໄຕຂອງບັກກີ່ງ ສຳລັບທະເລຕາເວັນອອກເກືອບທັງໝົດ.

ແຫຼ່ງຄັດຈາກ: vovworld.vn