leftcenterrightdel
ທ່ານນາຍົກລັດຖະມົນຕີອັງກິດ Boris Johnson. ພາບ: THX/ສໍານັກຂ່າວສານຫວຽດນາມ.

ວັນທີ 18 ທັນວາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ຮູ້ວ່າ, ປະເທດນີ້ ແລະ ສະຫະພາບເອີລົບ (ອີຢູ) ຈະສືບຕໍ່ດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງພາຍຫຼັງ Brexit. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ຍອມຮັບວ່າຍັງມີ “ໄລຍະຫ່າງທີ່ຕ້ອງໄດ້ຮັບການແກ້ໄຂ”. ທ່ານນາຍົກລັດຖະມົນຕີ Boris Johnson ໃຫ້ຮູ້ວ່າ, ທັດສະນະຂອງອັງກິດ ແມ່ນຢາກຮັກສາການເຈລະຈາ ຖ້າຫາກມີໂອກາດໃດທີ່ມຸ່ງໄປເຖິງຂໍ້ຕົກລົງ. ເຖິງຢ່າງໃດກໍ່ຕາມ, ອັງກິດ ຕ້ອງມີສິດຄວບຄຸມບັນດາກົດໝາຍຂອງຕົນ. ລະອຽດແມ່ນມີສິດຄວບຄຸມເຂດນ່ານທະເລ ແລະ ສິດຫາປາ. ນອກນັ້ນ, ການນຳອັງກິດ ກໍ່ຍອມຮັບວ່າ “ຍັງມີຄວາມຫຍຸ້ງຍາກ” ແລະ ເລື່ອງບໍ່ບັນລຸໄດ້ຂໍ້ຕົກລົງກັບອີຢູ ອາດຈະເກີດຂຶ້ນ.

ຄຳຖະແຫຼງຫຼ້າສຸດຂອງທ່ານນາຍົກລັດຖະມົນຕີອັງກິດ ໄດ້ຍົກອອກມາໃນສະພາບທີ່ເຈົ້າໜ້າທີ່ຂອງ 2 ຝ່າຍພວມກະກຽມໃຫ້ແກ່ການເຈລະຈາການພົວພັນກ່ຽວກັບອະນາຄົດຄັ້ງສຸດທ້າຍ.

ແຫຼ່ງຄັດຈາກ: vovworld.vn