leftcenterrightdel
ອັງກິດຊຸກຍູ້ການຄົມມະນາຄົມໃນລອນດອນ 1,8 ຕື້ປອນ. ພາບ: ຂປລ.

ສິ່ງ​ດັ່ງກ່າວ​ໄດ້​ມີ​ຂຶ້ນທ່າມກາງອັງກິດ​ໄດ້​ມີ​ຄຳ​ສັ່ງ​ເວັ້ນ​ໄລ​ຍະ​ຫ່າງ​ທົ່ວປະ​ເທດຄັ້ງ​ທີ 2 ​ຊື່​ງມີ​ກຳນົດ 4 ອາທິດໂດ​ຍມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 5/11 ​ເປັນ​ຕົ້ນ​ໄປ. ການ​ເວັ້ນ​ໄລຍະ​ຫ່າງຄັ້ງ​ນີ້ ລັດຖະບານອັງກິດ ຮຽກຮ້ອງພົນລະ​ເມືອງ​ທຸກ​ຄົນຕ້ອງຢູ່​ເຮືອນ, ຍົກ​ເວັ້ນກໍລະນີ​ທ່ີ​ຮັບການ ຍົກເວັ້ນ. ບັນດາ​ຮ້ານ​ຂາຍ​ເຫຼົ້າ​ເບຍ ​ແລະ ຮ້ານ​ອາຫານຈະ​ຕ້ອງ​ປິດ​ປະຕູ ຍົກ​ເວັ້ນບັນດາ​ຮ້ານ​​ອາຫານຊື້​ກັບ​ບ້ານ.​ ຄຽງ​ຄູ່​ກັນ​ນັ້ນບັນດາ​ຈຸດ​ບໍລິການ, ສະຖານ​ທ່ີບັນ​ເທິງກໍ່​ຄືກໍ່​ຕ້ອງ​ປິດ​ເຊັ່ນ​ກັນ. /.

ເນື້ອໃນ: ຂປລ