leftcenterrightdel
ທ່ານລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ Mike Pompeo. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ກ່າວວ່າ “ຮອດຈຸດເວລາທີ່ຈະຊອກຫາມາດຕະການແກ້ໄຂການແບ່ງແຍກຢູ່ເຂດອ່າວເປີເຊຍ” ພາຍຫຼັງຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ກາຕາ ເຂົ້າຮ່ວມການເຈລະຈາຍຸດທະສາດປະຈຳປີ ອາເມລິກາ - ກາຕາ ຢູ່ກະຊວງການຕ່າງປະເທດອາເມລິກາ. ຕາມທ່ານລັດຖະມົນຕີ Pompeo ແລ້ວ, ອຳນາດການປົກຄອງທ່ານປະທານາທິບໍດີ Donald Trump ປາດຖະໜາຢາກຄວາມເຄັ່ງຕຶງດັ່ງກ່າວໄດ້ຮັບການແກ້ໄຂ ແລະ ເປີດນ່ານຟ້າ, ຊາຍແດນທາງບົກຂອງ ກາຕາ ຄືນໃໝ່ ເຊິ່ງປະຈຸບັນພວມຖືກບັນດາປະເທດເຂດອ່າວເປີເຊຍປິດລ້ອມ.

ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມີເຣັດ, ບາເຣັນ ແລະ ອີຢິບ ໄດ້ຕັດການພົວພັນທາງການທູດ ແລະ ເສດຖະກິດກັບ ກາຕາ ນັບແຕ່ເດືອນ ມິຖຸນາ 2017 ດ້ວຍຄຳກ່າວຫາທີ່ວ່າ ໂດຮາ ສະໜັບສະໜູນການກໍ່ການຮ້າຍ, ເຊິ່ງແມ່ນສິ່ງທີ່ ກາຕາ ຍາມໃດກໍ່ປະຕິເສດ.

ແຫຼ່ງຄັດຈາກ: vovworld.vn