ທ່ານປະທານາທິບໍດີອາເມລິກາ Donand Trump ຈະເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງສະບັບປະຫວັດສາດກ່ຽວກັບການຫັນການພົວພັນລະຫວ່າງອິດສະຣາແອັນ ແລະ ສະຫະລັດອາຣັບເອັມມີເຣດ (UAE) ເປັນປົກກະຕິ.

ວັນທີ 08 ກັນຍາ, ເຈົ້າໜ້າທີ່ຂັ້ນສູງທຳນຽບຂາວທ່ານໜຶ່ງໃຫ້ຮູ້ວ່າ, ພິທີລົງນາມດັ່ງກ່າວຈະດຳເນີນຢູ່ທຳນຽບຂາວ ໃນວັນທີ 15 ກັນຍາ ຈະມາເຖິງ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານປະທານາທິບໍດີ Donal Trump. ທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ແລະ ທ່ານລັດຖະມົນຕີການຕ່າງປະເທດ UAE Abdullah bin Zayed al Nahyan ຈະພ້ອມກັນລົງນາມໃນຂໍ້ຕົກລົງນີ້.

ຕາມຂໍ້ຕົກລົງນີ້ແລ້ວ, UAE ເຫັນດີຫັນການພົວພັນກັບອິດສະຣາແອັນ ເປັນປົກກະຕິ, ໃນຂະນະນັ້ນ ອິດສະຣາແອັນ ກໍ່ເຫັນດີສືບຕໍ່ຢຸດຕິການໂຮມເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເຂົ້າດິນແດນຂອງຕົນ.

ແຫຼ່ງຄັດຈາກ: vovworld.vn