ວັນທີ 08 ກັນຍາ, ຄະນະຜູ້ຕາງໜ້າສະຫະພາບເອີລົບ (ອີຢູ) ປະຈຳອາຊຽນ ໃຫ້ຮູ້ວ່າ, ມີນັກສຶກສາ 205 ຄົນທີ່ມາຈາກບັນດາປະເທດໃນພາກພື້ນອາຊຽນ ໄດ້ຮັບທຶນສຶກສາລະດັບປະລິນຍາໂທເຊື່ອມຕໍ່ Erasmus Mundus ຈະເລີ່ມແຕ່ສົກຮຽນ 2020. ນີ້ແມ່ນຈຳນວນທຶນສຶກສາບັນລຸລະດັບສະຖິຕິ.

ດ້ວຍບັນດາທຶນສຶກສາຄົບຖ້ວນດັ່ງກ່າວ, ນັກສຶກສາສາມາດຮ່ຳຮຽນຕາມໂຄງການກໍ່ສ້າງລະດັບປະລິນຍາໂທຫຼາຍສຸດແມ່ນ 2 ປີຢູ່ມະຫາວິທະຍາໄລ 2 ແຫ່ງໃນ 2 ປະເທດເອີລົບທີ່ແຕກຕ່າງກັນ.

ແຫຼ່ງຄັດຈາກ: vovworld.vn