leftcenterrightdel
ທ່ານ Robert Obrien. ພາບ: Reuters.

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 04 ກັນຍາ, ທ່ານ Robert Obrien ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ ຈີນ ແມ່ນປະເທດທີ່ມີຄວາມຕັ້ງໜ້າທີ່ສຸດໃນການຊອກຫາວິທີແຊກແຊງເຂົ້າການເລືອກຕັ້ງອາເມລິກາ. ທ່ານ Robert Obrien ກໍ່ເນັ້ນໜັກວ່າ ອາເມລິກາ ໄດ້ສົ່ງສານໄປຍັງ ຈີນ, ລັດເຊຍ, ອີຣານ ແລະ ບາງປະເທດອື່ນໆຢ່າງຈະແຈ້ງແລ້ວວ່າ ທຸກໆຄວາມມານະພະຍາຍາມທີ່ແຊກແຊງເຂົ້າການເລືອກຕັ້ງຂອງ ອາເມລິກາ ນັ້ນ ຈະຕ້ອງປະເຊີນໜ້າກັບຜົນຮ້າຍຢ້ອນຫຼັງອັນໃຫຍ່ຫຼວງ.

ແຫຼ່ງຄັດຈາກ: vovworld.vn