leftcenterrightdel
ຈີ 20 ຮ່ວມມືຫຼຸດຜ່ອນມາດຕະການເດີນທາງ-ຊຸກຍູ້ພື້ນຖານເສດຖະກິດ. ພາບ: Twitter/Vietnamplus.

ຕາມ​ແຫຼ່ງຂ່າວ​ຈາກ​ ຫວຽດນາມ, ວັນ​ທີ 4 ກັນຍາ​ນີ້, ບັນດາລັດຖະມົນຕີກຸ່ມ 20 ປະ​ເທດພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍພິເສດ ເພື່ອປຶກສາຫາລືບັນດາມາດຕະການຫຼຸດຜ່ອນການຈຳກັດໄປມາ ແລະ ເພີ່ມທະວີການຮ່ວມມືຂ້າມຊາຍແດນ ​ແນ​ໃສ່ຊຸກຍູ້​ພື້ນຖານ​ເສດຖະກິດພາຍຫຼັງຈັດວາງບັນດາມາດຕະການປິດລ້ອມຍ້ອນການ​ແຜ່ລະບາດໂຄວິດ-19 ເປັນເວລາຫຼາຍເດືອນ ເຊິ່ງໄດ້ເຮັດໃຫ້ພື້ນຖານເສດຖະກິດທົ່ວໂລກ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ. ພ້ອມກັນນັ້ນ, ບັນດາລັດຖະມົນຕີ ຍັງໄດ້ປຶກສາຫາລືກ່ຽວກັບວຽກງານສົມທົບກັນນຳໃຊ້ບັນດາ ມາດຕະການປ້ອງກັນ, ສະກັດກັ້ນການ​ແຜ່ລະບາດຂ້າມຊາຍແດນ ເພື່ອປົກປ້ອງຊີວິດອິນຊີ ແລະ ການຫາເງິນລ້ຽງຊີບຂອງປະຊາຊົນ.

ເນື້ອໃນ: ຂປລ