leftcenterrightdel
ບັນດາກໍາລັງແນວໜ້າຂອງສອງປະເທດ ພວມຖອນກໍາລັງທະຫານອອກຈາກເຂດຂັດແຍ່ງກັນ. ພາບ: NDTV/ສໍານັກຂ່າວສານຫວຽດນາມ.

ວັນທີ 10 ກໍລະກົດ, ທ່ານເອກອັກຄະລັດຖະທູດຈີນ ປະຈໍາ ອິນເດຍ ຊວນໄຫວຕູງ ໃຫ້ຮູ້ວ່າ ບັນດາກໍາລັງແນວໜ້າຂອງສອງປະເທດພວມຖອນກໍາລັງທະຫານອອກຈາກເຂດຂັດແຍ່ງກັນຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງບັນດາຜູ້ບັນຊາການທະຫານພາຍຫຼັງເກີດການປະທະກັນເມື່ອເດືອນແລ້ວນີ້ ອັນໄດ້ເຮັດໃຫ້ພົນທະຫານເສຍຊີວິດຢ່າງໜ້ອຍ 20 ຄົນ ຢູ່ຮ່ອມພູ Galwan. ຕາມທ່ານ ຊວນໄຫວຕູງ ແລ້ວ, ປັກກິ່ງ ແລະ New Delhi ຄວນກາຍເປັນຄູ່ຮ່ວມມືຂອງກັນແທນທີ່ເປັນຄູ່ຕໍ່ສູ້ກັນ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນເພື່ອນໍາການພົວພັນສອງຝ່າຍກັບຄືນສູ່ວົງໂຄຈອນທີ່ຖືກຕ້ອງ. ແລະກໍ່ຕາມທ່ານເອກອັກຄະລັດຖະທູດຈີນ ແລ້ວ, ຊາຍແດນ ແມ່ນບັນຫາທີ່ມີຄວາມລໍ່ແຫຼມ ແລະສັບສົນລະຫວ່າງປັກກິ່ງ ແລະ  New Delhi.

ແຫຼ່ງຄັດຈາກ: vovworld.vn