leftcenterrightdel
ເດັກນ້ອຍເປັນໂລກຂາດສານອາຫານພວມປິ່ນປົວຢູ່ສູນການແພດຢູ່ຊານເມືອງ Mogadishu, ໂຊ​ມາ​ລີ​. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ຕາມບົດລາຍງານຂອງ OCHA, ມີເດັກນ້ອຍໂຊມາລີ ປະມານ 1 ລ້ານຄົນຄາດວ່າ ເປັນໂລກຂາດສານອາຫານ. ມີ 2,6 ລ້ານຄົນຕ້ອງອົບພະຍົບ ແລະ ມີນັກຮຽນເກືອບ 1 ລ້ານຄົນຈະບໍ່ໄດ້ໄປຮຽນຍ້ອນວ່າ ບັນດາໂຮງຮຽນຕ້ອງປິດປະຕູຍ້ອນໂລກລະບາດ Covid -19.

ວິກິດການດ້ານມະນຸດສະທຳຢູ່ໂຊມາລີ ມີສາຍເຫດຕົ້ນຕໍແມ່ນ ຜົນຮ້າຍຂອງການປ່ຽນແປງຂອງດິນຟ້າອາກາດ, ການປະທະກັນທີ່ດຳເນີນມາເປັນເວລາຫຼາຍປີ, ສະພາບການອຶດຫິວທຸກຍາກແຜ່ລາມເປັນວົງກວ້າງໄດ້ເຮັດໃຫ້ມີ 5,2 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳໃນປີ 2020.

ແຫຼ່ງຄັດຈາກ: vovworld.vn