ແຈ້ງການຂອງກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ: “ທັດສະນະພື້ນຖານຂອງລັດເຊຍ ແມ່ນທຸກບັນຫາທີ່ເກີດຂຶ້ນໃນວິວັດການປະຕິບັດ JCPOA ຕ້ອງໄດ້ຮັບການແກ້ໄຂໃນຂອບເຂດຄະນະກໍາມະການປະສົມ. 

leftcenterrightdel
ຢູ່ພາຍໃນຮາກຖານນິວເຄຼຍແຫ່ງໜຶ່ງຂອງອີຣານ. ພາບ: IRNA/TTXVN.

ຕາມ ມົດສະກູ ແລ້ວ, ສິ່ງສໍາຄັນແມ່ນ “ມຸ່ງໄປເຖິງບັນດາເປົ້າໝາຍອັນສູງສົ່ງທີ່ໄດ້ກໍານົດໄວ້ໃນ JCPOA ແລະມະຕິ 2231 ຂອງສະພາຄວາມໝັ້ນຄົງ ສປຊ”, ໂດຍບໍ່ຫົວຊາຕໍ່ບັນດາບັນຫາ ແລະຄວາມບໍ່ລົງລອຍກັນ”. ກໍຕາມກະຊວງການຕ່າງປະເທດລັດເຊຍ, ອີຣານ ບໍ່ພໍໃຈກັບບັນດາຄໍາໝັ້ນສັນຍາຂອງບັນດາປະເທດເຂົ້າຮ່ວມການລົງນາມ JCPOA ແລະຮຽກຮ້ອງພິຈາລະນາບັນຫານີ້ຢູ່ທີ່ຄະນະກໍາມະການປະສົມຕາມຂອບເຂດຂອງບັນດາລະບຽບການທີ່ລະບຸໄວ້ໃນມາດຕາ 36 ຂອງ JCPOA.

JCPOA ໄດ້ຮັບການລົງນາມລະຫວ່າງ ອີຣານ ກັບກຸ່ມ P5+1 ລວມມີ 5 ປະເທດກໍາມະການປະຈໍາການ ສະພາຄວາມໝັ້ນຄົງ ສປຊ (ລັດເຊຍ, ອັງກິດ, ຝຣັ່ງ, ຈີນ, ອາເມລິກາ) ແລະ ເຢຍລະມັນ ໃນປີ 2015. ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງສະບັບນີ້ປະເຊີນໜ້າກັບຫຼາຍບັນຫາຢ່າງຕໍ່ເນື່ອງ, ພາຍຫຼັງທີ່ອາເມລິກາ ຖອນຕົວຝ່າຍດຽວນັບແຕ່ເດືອນພຶດສະພາ 2018 ແລະຈັດວາງບັນດາມາດຕະການລົງໂທດໃສ່ອີຣານ ຄືນໃໝ່.

ໂດຍ: ກວຽດເຕິມ