ທ່ານ Mullah Abdul Ghani Baradar ຫົວໜ້າຄະນະເຈລະຈາຝ່າຍຕາລີບານ ໄດ້ຢັ້ງຢືນຄືນໃໝ່ຄືດັ່ງກ່າວໃນການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໃນວັນທີ 29 ມິຖຸນາ.

leftcenterrightdel
ກໍາລັງປ້ອງກັນຄວາມສະຫງົບອາບການິດສະຖານ ເວນຍາມຢູ່  Ghazni. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ໃນການໂອ້ລົມທາງໂທລະສັບ, ຜູ້ຕາງໜ້າກໍາລັງຕາລີບານ ໄດ້ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາທີ່ວ່າ ບໍ່ບຸກໂຈມຕີ ອາເມລິກາ. ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບບັນດາຄວາມວິຕົກກັງວົນທີ່ກ່ຽວຂ້ອງເຖິງຂໍ້ຕົກລົງ ເຊິ່ງສອງຝ່າຍບັນລຸໄດ້ເມື່ອເດືອນກຸມພາ ຜ່ານມາ, ລວມທັງວິວັດທະນາການເຈລະຈາພາຍໃນອາບການິດສະຖານ ແລະການປ່ອຍນັກໂທດຕາລີບານ ຈໍານວນ 5.000 ຄົນ ເປັນອິດສະຫຼະ.

ແຫຼ່ງຄັດຈາກ: vovworld.vn