leftcenterrightdel
ເຂດຕັ້ງຖິ່ນຖານ Mechola ຢູ່ຮ່ອມພູ Jordan  ເຂດຝັ່ງຕາເວັນຕົກ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ທ່ານ Nabil Abu Rudeineh ໂຄສົກຂອງທ່ານ Mahmoud Abbas ປະທານາທິບໍດີປາແລັດສະຕິນໄດ້ຊີ້ແຈ້ງວ່າ ປາແລັດສະຕິນ ຍັງບໍ່ທັນມີການປ່ຽນແປງຫຼັກໝັ້ນກ່ຽວກັບການພົວພັນກັບອຳນາດການປົກຄອງຂອງອາເມລິກາ ໃນປັດຈຸບັນກໍ່ຄືຂອງອິດສະລາແອັນ. ທ່ານ Abu Rudeineh ອີກຄັ້ງໜຶ່ງຢັ້ງຢືນວ່າ ການນຳປາແລັດສະຕິນ ຄັດຄ້ານບັນດາການເຄື່ອນໄຫວໂຮມເຂົ້າດິນແດນຂອງອິດສະລາແອັນ ແລະທ່ານກໍ່ເນັ້ນໜັກວ່າ ບັນດາແຜນການໂຮມດິນແດນໃນຄັ້ງດຽວ ຫຼື ຕາມໄລຍະລ້ວນແຕ່ແມ່ນ “ບັນຫາຫຼັກການ”.

ແຫຼ່ງຄັດຈາກ: vovworld.vn