leftcenterrightdel
ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນໃນຮອບເວລາ 74 ມືີ້ຢ່າງລຽນຕິດ. ພາບ: ກະຊວງສາທາລະນະສຸກ.

ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 7 ໂມງ 30 ນາທີ ຕອນເຊົ້າວັນທີ 29 ມິຖຸນາ (ຕາມເວລາຫວຽດນາມ), ທົ່ວໂລກມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ຫຼາຍກ່ວາ 500.000 ຄົນ, ໃນນັ້ນມີ 2/3 ແມ່ນບັນດາຜູ້ຕິດເຊື້ອຢູ່ອາເມລິກາ ແລະເອີລົບ. ລະອຽດ, ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ໃນທົ່ວໂລກແມ່ນ 504.075 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດທັງໝົດ 10.237.543 ຄົນ.

ອາເມລິກາແມ່ນປະເທດມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດ (2.636.550 ຄົນ) ແລະຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດ (128.436 ຄົນ). ບຣາຊີນໄດ້ຢັ້ງຢືນວ່າແມ່ນປະເທດມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ຫຼາຍອັນດັບທີສອງໃນໂລກ ດ້ວຍ 57.658 ຄົນເສຍຊີວິດ.

ຕາມບົດລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນໃນຮອບເວລາ 74 ມືີ້ຢ່າງລຽນຕິດ, ມາຮອດປັດຈຸບັນມີ 330/355 ຄົນເຈັບຕິດເຊື້ອ Covid – 19 ຢູ່ຫວຽດນາມ ເຊິ່ງໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ກວມເອົາ 93%ໃນຈຳນວນຜູ້ຕິດເຊື້ອ.

ແຫຼ່ງຄັດຈາກ: vovworld.vn