ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ ສປຊ ທັງເປັນຫົວໜ້າຄະນະຜູ້ຕາງໜ້າ ສປຊ ປະຈໍາ ກົງໂກ (MONUSCO) ໃຫ້ຮູ້ວ່າ ປັດຈຸບັນ, ສະພາບການດ້ານການເມືອງມີສະຖຽນລະພາບ ແລະກົງໂກ ພວມສະແດງໃຫ້ເຫັນຄວາມມານະພະຍາຍາມໃນການເພີ່ມທະວີການເຈລະຈາ, ຄວາມໝັ້ນຄົງຂອງປະເທດ. ເຖິງຢ່າງໃດກໍ່ຕາມຜູ້ຕາງໜ້າ MONUSCO ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບຄວາມໝັ້ນຄົງຢູ່ເຂດຕາເວັນອອກຂອງກົງໂກ ທີ່ກໍາລັງຊຸດໂຊມລົງຍ້ອນການເຄື່ອນໄຫວຂອງບັນດາກຸ່ມກໍາລັງປະກອບອາວຸດ, ໃຊ້ຄວາມຮຸນແຮງໃນປະຊາຄົມ.

leftcenterrightdel
ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືກ່ຽວກັບສິ່ງທ້າທາຍຄວາມໝັ້ນຄົງທີ່ນັບມື້ນັບໃຫຍ່ຂຶ້ນຢູ່ເຂດຕາເວັນອອກຂອງກົງໂກ. ພາບ: UN.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມຫ໋າຍແອັງ ເອກອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢັ້ງຢືນວ່າ ຄວນຊອກຫາມາດຕະການທີ່ຍາວນານເພື່ອແກ້ໄຂສະພາບຂາດສະຖຽນລະພາບຢູ່ກົງໂກ, ໃນນັ້ນເນັ້ນໜັກເຖິງບົດບາດຂອງການເຈລະຈາ ແລະການໄກ່ເກ່ຍຄວາມປອງດອງ, ເພີ່ມທະວີບົດບາດຂອງອໍານາດການປົກຄອງຢູ່ບັນດາທ້ອງຖິ່ນ. ເລື່ອງຜັນຂະຫຍາຍຂໍ້ຕົກລົງສັນຕິພາບ, ຄວາມໝັ້ນຄົງ ແລະການຮ່ວມມືລະຫວ່າງກົງໂກ ແລະບັນດາປະເທດໃນພາກພື້ນຄວນສືບຕໍ່ໄດ້ຮັບການໃຫ້ບຸລິມະສິດເພື່ອຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງຂ້າມຊາຍແດນ.

ໃນວັນດຽວກັນ, ສະພາຄວາມໝັ້ນຄົງກໍ່ເຫັນດີເປັນເອກະພາບຮັບຮອງເອົາມະຕິວ່າດ້ວຍການຕໍ່ກໍານົດເວລາກົນໄກລົງໂທດສໍາລັບບາງບຸກຄົນ ແລະອົງການຈັດຕັ້ງຢູ່ກົງໂກ ໃນສະພາບຄວາມໝັ້ນຄົງທີ່ຍັງຂາດສະຖຽນລະພາບຄືປັດຈຸບັນ.

ໂດຍ: ທູຈາງ