leftcenterrightdel
ເຮືອບິນ ເຮຣີີກອບເຕີ Mi – 8  ຂອງກອງທັບລັດເຊຍ. ພາບ: TASS/ສໍານັກຂ່າວສານຫວຽດນາມ.

ຕາມກະຊວງປ້ອງກັນປະເທດລັດເຊຍ ແລ້ວ, ເຮືອບິນ ເຮຣີີກອບເຕີ Mi – 8  ຂອງກອງທັບປະເທດນີ້ປະສົບອຸບັດຕິເຫດຕົກໃນຂະນະທີ່ພວມບິນຝຶກຊ້ອມຢູ່ເຂດຊານນະຄອນຫຼວງ ມົດສະກູ ໃນວັນທີ 19 ພຶດສະພາ (ຕາມເວລາທ້ອງຖິ່ນ), ເຊິ່ງໄດ້ເຮັດໃຫ້ຈຸບິນທັງໝົດເສຍຊີວິດ.

ແຈ້ງການຂອງກະຊວງປ້ອງກັນປະເທດລັດເຊຍ ຊີ້ແຈ້ງວ່າ: “ຍ້ອນເຮືອບິນລໍາດັ່ງກ່າວໄດ້ລົງຈອດສຸກເສີນ, ສະນັ້ນ ຈຶ່ງເຮັດໃຫ້ຈຸບິນເຈັບໜັກ ແລະ ເສຍຊີວິດທັງໝົດ”.

ສື່ມວນຊົນລັດເຊຍ ກໍ່ໄດ້ຄັດສະເໜີແຫຼ່ງຂ່າວຈາກບັນດາອົງການຮັບມືກັບໄພພິບັດສຸກເສີນໂດຍໃຫ້ຮູ້ວ່າ ມີ 3 ຄົນເສຍຊີວິດ.

ແຫຼ່ງຄັດຈາກ: vovworld.vn