ຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກມີເກືອບ 4,9 ລ້ານຄົນ
ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງເຊົ້າຂອງວັນທີ 19 ພຶດສະພາ (ຕາມເວລາຫວຽດນາມ), ໃນທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດເກືອບ 4,9 ລ້ານຄົນ, ໃນນັ້ນມີເກືອບ 320.000 ກໍລະນີເສຍຊີວິດ.
ຈໍານວນຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະອອກໂຮງໝໍແມ່ນ 1,9 ລ້ານຄົນ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວດ້ວຍຈໍານວນຜູ້ຕິດເຊື້ອແມ່ນ 1.550.080 ຄົນ ແລະມີເກືອບ 92.000 ຄົນເສຍຊີວິດ. ບຣາຊີິນ ແມ່ນປະເທດຢືນອັນດັບທີ 2 ໃນໂລກກ່ຽວກັບຈໍານວນຕົວເລກຜູ້ຕິດເຊື້ອໃໝ່ (14.288 ກໍລະນີ) ແລະຈໍານວນຕົວເລກຜູ້ເສຍຊີວິດໃໝ່ (735 ກໍລະນີ).
ສະພາບການໂລກລະບາດຢູ່ອິນເດຍ ພວມມີສັນຍານເພີ່ມຂຶ້ນດ້ວຍ 4.642 ກໍລະນີຕິດເຊື້ອໃໝ່ພາຍໃນ 1 ວັນ ແລະ 131 ກໍລະນີເສຍຊີວິດ. ໄລ່ຮອດປັດຈຸບັນ, ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ອິນເດຍ ໄດ້ເພີ່ມຂຶ້ນເຖິງຫຼາຍກວ່າ 100.000 ຄົນ ແລ້ວ. ໃນຂະນະນັ້ນ, ຫຼາຍປະເທດຄື ອີຣານ, ອາຣັບບິຊະອຸດິ, ຈີເລ, ປາກິດສະຖານ, ເມັກຊີໂກ... ກໍ່ໄດ້ຢັ້ງຢືນຈໍານວນຜູ້ຕິດເຊື້ອໃໝ່ພາຍໃນ 1 ວັນແມ່່ນຫຼາຍໜ້ອຍກວ່າ 2.000 ກໍລະນີ, ອັນໄດ້ວາງອອກສິ່ງທ້າທາຍໃນວຽກງານປ້ອງກັນ ແລະສະກັດກັ້ນໂລກລະບາດເມື່ອຫຼາຍປະເທດເຫຼົ່ານີ້ໄດ້ເລີ່ມຍົກເລີກບັນດາມາດຕະການປ້ອງກັນໃນໄລຍະເກີດໂລກລະບາດ.
ແຫຼ່ງຂັດຈາກ: vovworld.vn