ຕອນບ່າຍວັນທີ 15 ພຶດສະພາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ບຣຸກແຊນ, ພາຍຫຼັງສິ້ນສຸດຮອບເຈລະຈາຄັ້ງທີ 3 ດັ່ງກ່າວ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຝ່າຍອີຢູ ໃຫ້ຮູ້ວ່າ, ສອງຝ່າຍບໍ່ບັນລຸໄດ້ຄວາມຄືບໜ້າໃນບັນດາບັນຫາຫຼັກແຫຼ່ງ ແລະດ້ວຍໄລຍະທາງຄືໃນປະຈຸບັນ, ອີຢູ ແລະອັງກິດ ອາດຈະສິ້ນສຸດບັນດາການເຈລະຈາໃນປີນີ້ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃດໆ. ຕາມທ່ານ Michel Barnier, ສາຍເຫດແມ່ນຍ້ອນຝ່າຍອັງກິດ ຢາກໄດ້ຮັບຜົນປະໂຫຍດຈາກຕະຫຼາດເອີລົບ ແຕ່ບໍ່ຢາກປະຕິບັດບັນດາຂໍ້ກຳນົດຂອງກຸ່ມນີ້.

ສ່ວນຝ່າຍອັງກິດ, ທ່ານ David Frost, ຫົວໜ້າຄະນະເຈລະຈາຂອງອັງກິດ ກໍ່ຍອມຮັບວ່າ, ສອງຝ່າຍບໍ່ບັນລຸໄດ້ຄວາມຄືບໜ້າໃດໃນຂໍ້ຕົກລົງສຳຄັນຄື: ຂໍ້ຕົກລົງວ່າດ້ວຍອາຊີບຫາປາ, ເລື່ອງອັງກິດປະຕິບັດບັນດາກົດລະບຽບ ແລະມາດຕະຖານຂອງເອີລົບ ຫຼື ບໍ່…

ຕາມແຜນການ, ສອງຝ່າຍຍັງຈະດຳເນີນການເຈລະຈາອີກຮອບໜຶ່ງໃນຕົ້ນເດືອນມິຖຸນາ, ກ່ອນທີ່ບັນດາປະມຸກລັດອີຢູ ຈະຈັດກອງປະຊຸມສຸດຍອດໃນທ້າຍເດືອນມິຖຸນາ ເພື່ອພິຈາລະນາກ່ຽວກັບບາດກ້າວພັດທະນາໃນການເຈລະຈາ, ພ້ອມກັນນັ້ນ ອັງກິດ ກໍ່ຕ້ອງຍົກອອກຂໍ້ຕົກລົງວ່າ ຈະຕໍ່ກຳນົດເວລາໄລຍະຂ້າມຜ່ານ Brexit ຕາມການຄາດຄະເນແລ້ວແມ່ນຈະສິ້ນສຸດໃນວັນທີ 31 ທັນວາ 2020 ຫຼືບໍ່.

ແຫຼ່ງຄັດຈາກ: vovworld.vn