ທ່ານ​ໂມ​ດີ ກ່າ​ວຄຳ​ປາ​ໄສຜ່ານ​ທາງ​ໂທລະພາບວ່າ ບ້ວງ​ເງິນ​ສະໜັບສະ​ໜູນ​ເສດຖະກິດກວມ​ເອົາ 10% GDP ຂອງ​ອິນ​ເດຍ ​ເພື່ອ​ມຸ່​ງ​ໄປ​ສູ່​ຂະ​ບວນການ​ເພິ່ງ​ຕົນ​ເອງໂດຍຈະສຸມ​ໃສ​່ພາກສ່ວນ​ຕ່າງໆ ​ເຊັ່ນ: ​ເນື້ອທ່ີ​ດິນ, ​ແຮງ​ງານ ​ແລະບັນດາປັດ​ໄຈ​ສຳຄັນ​ຕ່າງໆ. ບ້ວງ​ເງິນສົ່ງ​ເສີມ​ນີ້ຈະ​​ຈັດ​ສັນ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະນ້ອຍ, ຊາວ​ກະສິກອນ, ຊາວ​ຜູ້​ອອກແຮງ​ງານ ​ແລະ​​ອື່ນໆ.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.

ທ່ານ​ໂມ​ດີ ກ່າວ​ວ່າ ຂະ​ບວນການ​ເພິ່ງຕົນ​ເອງຂອງອິນ​ເດຍ ​ແມ່ນ​ອີງ​ໃສ່ 5​​ ​ເສົາ​ຄ້ຳສຳຄັນ ​ຄື: ​ເສດຖະກິດ, ພື້ນຖານ​ໂຄງ​ລ່າງ, ລະບົບ, ປັນຍາ​ຊົນ ​ແລະຄວາມ​ຕ້ອງການ. ຂະນະ​ດຽວ​ກັນ, ທ່ານ​ໂມ​ດີ ກ່າວ​ວ່າ ບ້ວງ​ເງິນ​ນີ້ປະກອບ​ດ້ວຍບ້ວງ​ເງິນສົ່ງ​ເສີມໂດຍ​ມີ​ມູນ​ຄ່າ 2 ຕື້​ໂດ​ລາ​ສະຫະລັດ ທ່ີ​ລັດຖະບານ​ອິນ​ເດຍ ​ໄດ້​ປະກາດ​ເມື່ອ​ທ້າ​​ຍ​ເດືອນ​ມີນາ​ຜ່ານ​ມາ.  ຄຽງ​ຄູ່​ກັນ​ນັ້ນ, ທ່ານ​ໂມ​ດີ ກໍ​ຍັງປະກາດຈະ​ສືບ​ຕໍ່​ຂະຫຍາຍ​​ເວລາ​ການ​ປິດ​ເມືອງ​ທົ່ວ​ປະ​ເທດພາຍຫລັງໄລຍະ​ເວລາປິດ​ເມືອງ​ໃນ​ປັດຈຸບັນໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 18/5.

ທ່ານນາງເນີຣມາລາ ຊິດທາຣາມານ ລັດຖະມົນຕີກະຊວງການເງິນອິນເດຍ ກ່າວໃຫ້ສຳພາດຕໍ່ສື່ມວນຊົນວ່າ ບັນດາການລິເລີ່ມ ຊຸກຍູ້ດັ່ງກ່າວແມ່ນເພື່ອສຸມໃສ່ຊາວຜູ້ອອກແຮງງານ, ຜູ້ປະກອບການທຸລະກິດຂະໜາດນ້ອຍ, ຊາວກະສິກອນ ແລະອື່ນໆ. ຂະນະດຽວກັນ, ທ່ານນາງ ເນີຣມາລາ ຊິດທາຣາມານ ໄດ້ສະເໜີເຖິງ າງມາດຕະການ ເຊິ່ງ ະກອບດ້ວຍການສະໜອງບ້ວງເງິນສິນເຊື່ອໂດຍມີມູນຄ່າ 4 ຕື້ໂດລາສະຫະລັດ ໃຫ້ແກ່ປະຊາຊົນ. ນອກຈາກນັ້ນ ທ່ານ​ໂມ​ດີ ກ່າວ​ວ່າ ​ໃນ​ໄລຍະ​ປິດ​​ເມືອງຄັ້ງ​ທີ 4 ນີ້ ຈະ​ມຸ່ງໄປສູ່ການແນະນຳຕ່າງໆ ແລະ ຂໍ້​ກຳນົດ​ໃໝ່ ​. ບັນດາ​ກົດ​ລະບຽບ​ນີ້ຈະ​ປະກາດໃຊ້​ກ່ອນ​ວັນ​ທີ 18/5. ອິນ​ເດຍ ​ເລີ່ມປິດ​ເມືອ​ງທົ່ວ​ປະ​ເທດ ນັບ​ແຕ່​ ວັນ​ທີ 25/3 ​ແລະຂະຫຍາຍ​ເວລາ 2 ຄັ້ງ ​ໃນ​ວັນ​ທີ 14/4 ​ແລະ ວັນ​ທີ 3/5 ​ເພຶ່ອສະກັດ​ກັ້ນ​ການ​ແຜ່​ລະບາດຂອງ​ພະຍາດ​ນີ້.

ເນື້ອໃນ: ຂປລ