ປັດຈຸບັນ, ຫວຽດນາມ ແມ່ນປະເທດປະສານງານໃນເດືອນພຶດສະພາ 2020 ຂອງ 10 ປະເທດກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ (E10). ໃນຖານະຕໍາແໜ່ງນີ້, ຫວຽດນາມ ມີຄວາມຮັບຜິດຊອບສ້າງແຜນຮ່າງ ແລະຕາງໜ້າ E10 ກ່າວຄໍາເຫັນທີ່ກອງປະຊຸມ.

ທີ່ກອງປະຊຸມປຶກສາຫາລື, ບັນດາສະມາຊິກສະພາຄວາມໝັ້ນຄົງເຫັນດີເປັນເອກະພາບຖືວ່າ ຄວນສືບຕໍ່ຕັດສິນໃຈປັບປຸງລະບຽບການ ແລະວິທີການເຮັດວຽກເພື່ອຮັບປະກັນເປົ້າໝາຍຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນໃຫ້ດີທີ່ສຸດ; ຮັບປະກັນຄວາມດຸ່ນດ່ຽງຂອງການເພີ່ມສະວີຄວາມໂປ່ງໃສໃນການເຄື່ອນໄຫວ, ພ້ອມທັງເພີ່ມທະວີການທາບທາມ, ແລກປ່ຽນພາຍໃນສະມາຊິກຂອງສະພາຄວາມໝັ້ນຄົງເພື່ອຊຸກຍູ້ປະສິດທິພາບ ແລະປະສິດທິຜົນ.

leftcenterrightdel
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ ຕີຄ້ອນໄຂວາລະປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ,  ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ເນັ້ນໜັກເຖິງທັດສະນະ ແລະກໍ່ແມ່ນຄໍາໝັ້ນສັນຍາຂອງ E10 ໃນເລື່ອງຄວນເພີ່ມທະວີຄວາມໂປ່ງໃສ, ປະສິດທິພາບ, ປະສິດທິຜົນ, ກວມລວມ ແລະມີໄຫວພິບຂອງສະພາຄວາມໝັ້ນຄົງເພື່ອປະຕິບັດພາລະກໍາ ເຊິ່ງກົດບັດ ສປຊ ມອບໝາຍໃຫ້ເປັນຢ່າງດີ, ໂດຍສະເພາະໃນສະພາບນັບມື້ນັບມີຫຼາຍສິ່ງທ້າທາຍສໍາລັບລັດທິຫຼາຍຝ່າຍ ແລະຄວາມຫຍຸ້ງຍາກຍ້ອນຄວາມຂາດສະຖຽນລະພາບໃນໂລກກໍ່ຂຶ້ນ.

ທ່ານ ດັ້ງດິ່ງກຸ໊ຍ ຊົມເຊີຍຄວາມມານະພະຍາຍາມຂອງສະພາຄວາມໝັ້ນຄົງ ໃນການສ້າງບັນດາເອກະສານກ່ຽວກັບວິທີການ ແລະຫຼັກການເຄື່ອນໄຫວຫວ່າງມໍ່ໆມານີ້ ເພື່ອແນໃສ່ເພີ່ມທະວີຄວາມໂປ່ງໃສ ແລະປະສິດທິຜົນ ກໍ່ຄືຄວາມມານະພະຍາຍາມຂອງສະພາຄວາມໝັ້ນຄົງ ໃນການຮັກສາການເຄື່ອນໄຫວຕໍ່ໜ້າຄວາມຫຍ້້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ.

ທ່ານ ດັ້ງດິ່ງກຸ໊ຍ ຢັ້ງຢືນວ່າ ຄໍາໝັ້ນສັນຍາຂອງບັນດາປະເທດ E10 ເພື່ອເປົ້າໝາຍເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ, ພ້ອມທັງສະແດງຄວາມຄອງຄອຍໄດ້ຮັບຄຳເຫັນປະກອບຈາກບັນດາປະເທດສະມາຊິກ ສປຊ ເພື່ອແນໃສ່ສືບຕໍ່ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະເທດຕ່າງໆຕໍ່ກັບ E10.

ໂດຍ: ທູຈາງ