ນະທີ່ນີ້, ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ກໍໄດ້ນໍາສະເໜີທັດສະນະກ່ຽວກັບບົດລາຍງານໃໝ່ທີ່ໄດ້ປະກາດໃຊ້ໃນວັນທີ 8 ເມສາ 2020 ຜ່ານມາ ຂອງກຸ່ມນັກສືບສວນ ແລະກວດກາຢັ້ງຢືນກ່ຽວກັບບັນຫານໍາໃຊ້ອາວຸດເຄມີ ຢູ່ຊີຣີ. ບາງປະເທດໄດ້ເຕື້ອງເຖິງບັນດາຂໍ້ສະຫຼຸບຂອງບົດລາຍງານກ່ຽວກັບເລື່ອງມີພະຍານຫຼັກຖານ ແຕ່ບໍ່ສາມາດຢັ້ງຢືນໄດ້ຢ່າງແນວແນ່ວ່າ ກອງທັບອາກາດຊີຣີ ໄດ້ດໍາເນີນການບຸກໂຈມຕີດ້ວຍອາວຸດເຄມີ 3 ຄັ້ງ ຢູ່ Ltamenah ໃນເດືອນມີນາ 2017. ແຕ່ກໍມີບາງປະເທດພັດໄດ້ເປີດເຜີຍການປະຕິເສດຂໍ້ກໍານົດຂອງກຸ່ມນັກສືບສວນ ແລະກວດກາຢັ້ງຢືນ ກໍຄືບົດລາຍງານຂອງກຸ່ມນີ້.

leftcenterrightdel
ພາບປະກອບ: AFP

ກ່າວຄໍາເຫັນທີ່ກອງປະຊຸມ, ຜູ້ຕາງໜ້າຝ່າຍຫວຽດນາມ ຢູ່ສປຊ ກໍໄດ້ຢັ້ງຢືນເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຄັດຄ້ານທຸກການກະທໍາທີ່ນໍາໃຊ້ອາວຸດເຄມີ, ສະໜັບສະໜູນການປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດເຄມີ ແລະບັນດາການເຄື່ອນໄຫວຂອງ OPCW ຕ້ອງໄດ້ຜັນຂະຫຍາຍໃຫ້ຄົບຖ້ວນ ແລະສອດຄ່ອງກັບສົນທິສັນຍາ.

ແຫຼ່ງຄັດຈາກ: vovworld.vn