ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 22 ໂມງ ຂອງວັນທີ 12 ພຶດສະພາ (ຕາມເວລາຫວຽດນາມ), ຍອດຈໍານວນຜູ້ຕິດເຊື້ອແມ່ນ 4.292.506 ຄົນ, ໃນນັ້ນມີ 288.975 ກໍລະນີເສຍຊີວິດ. ຈໍານວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.544.917 ຄົນ.

ປັດຈຸບັນ, ອາເມລິກາ ຍັງຄົງແມ່ນປະເທດທີ່ມີການແຜ່ລະບາດຮ້າຍແຮງກວ່າໝູ່ໃນໂລກດ້ວຍຈໍານວນຜູ້ຕິດເຊື້ອແມ່ນ 1.388.283 ຄົນ ແລະ 82.218 ຄົນເສຍຊີວິດ. ປັດຈຸບັນ, ທໍານຽບຂາວພວມຊຸກຍູ້ຍຸດທະສາດໝູນໃຊ້ມາດຕະການວັດແທກອຸນຫະພູມຮ່າງກາຍເພື່ອຟື້ນຟູການເຄື່ອນໄຫວຂອງຂະແໜງການບິນໂດຍໄວ.

ອົງການອະນາໄມໂລກຖືວ່າ ມີບາງວິທີການປິ່ນປົວເບິ່ງຄືວ່າພວມຊ່ວຍຫຼຸດຜ່ອນລະດັບຄວາມຮ້າຍແຮງລົງ ຫຼືເວລາຕິດເຊື້ອພະຍາດໂຄວິດ-19. ປັດຈຸບັນ, ອົງການນີ້ພວມລົງເລິກຄົ້ນຄວ້າ 4 – 5 ວິທີການປິ່ນປົວທີ່ມີໝາກຜົນສູງທີ່ສຸດ.

ແຫຼ່ງຄັດຈາກ: vovworld.vn