ຕາມທ່ານ Daryl Kimball ແລ້ວ, ຄະນະກໍາມະການປຶກສາຫາລືສອງຝ່າຍລັດເຊຍ-ອາເມລິກາ ກໍ່ຍົກເລີກກອງປະຊຸມຂ່າວທີ່ຄາດຄະເນຈະດໍາເນີນໃນເດືອນມີນາ ນີ້ຍ້ອນພະຍາດ Covid-19. ຕາມ START-3, ແຕ່ລະປີ ອາເມລິກາ ແລະລັດເຊຍ ຈະດໍາເນີນການກວດກາເຊິ່ງກັນ ແລະກັນເປັນ 18 ຄັ້ງ ຢູ່ບັນດາສະຖານທີ່ຄືຖານທັບຕັ້ງລູກສອນໄຟ, ກໍາປັ່ນດໍານໍ້າ ແລະຖານທັບປ້ອງກັນອາກາດ.

leftcenterrightdel
ລັດເຊຍ ແລະອາເມລິກາ ຢຸດຕິການເຄື່ອນໄຫວກວດກາຕາມຂໍ້ກຳນົດຂອງສົນທິສັນຍາ START-3 ຍ້ອນການແຜ່ລະບາດຂອງພະຍາດ Covid-19. ພາບ: kinhtedothi.vn.

START-3 ແມ່ນສົນທິສັນຍາຄວບຄຸມອາວຸດນິວເຄຼຍທີ່ມີຂອບຂະໜາດໃຫຍ່ໃໝ່ສຸດເພື່ອແນໃສ່ຈໍາກັດປະລິມານຫົວນິວເຄຼຍຍຸດທະສາດ ເຊິ່ງສອງປະເທດມະຫາອຳນາດດ້ານນິວເຄຼຍຂອງໂລກນີ້ສາມາດຜັນຂະຫຍາຍ. ເຖິງວ່າ START-3 ໃກ້ຈະໝົດກໍານົດໃນເດືອນ ກຸມພາ 2021 ກໍ່ຕາມ, ແຕ່ວ່າໄລ່ມາຮອດປັດຈຸບັນ, ມົດສະກູ ຍັງບໍ່ທັນຮັບເອົາບໍ່ວ່າການໂຕ້ຕອບໃດຈາກອາເມລິກາ ກ່ຽວກັບຄໍາສະເໜີຕໍ່ກຳນົດເວລາໃຫ້ຂໍ້ຕົກລົງຄວບຄຸມອາວຸດນີ້ເທື່ອ.

ໂດຍ: ທູຈາງ