ນັ້ນແມ່ນສາດສະດາຈານ, ນັກກະວີ Bruce Weigl. ໃນການມາຫວຽດນາມຄັ້ງນີ້, ທ່ານກໍ່ເລີ່ມຂຽນນະວະນິຍາຍທີ່ກ່ຽວຂ້ອງເຖິງໝູ່ບ້ານຢູ່ຫວຽດນາມ. Bruce Weigl ແມ່ນທະຫານຜ່ານເສິກອາເມລິກາ ທີ່ເຄີຍເຂົ້າຮ່ວມສົງຄາມຢູ່ແຂວງໄຕນີງ. ທ່ານໄດ້ເຂົ້າຮ່ວມຂະບວນການຄັດຄ້ານສົງຄາມ ແລະຮຽກຮ້ອງໃຫ້ລັດຖະບານອາເມລິກາ ຢຸດຕິສົງຄາມຮຸກຮານຢູ່ຫວຽດນາມ. ທ່ານແມ່ນນັກກະວີຜູ້ໜຶ່ງທີ່ໄດ້ເຮັດທຸກສິ່ງທຸກຢ່າງເພື່ອຮຽກຮ້ອງຫັນການພົວພັນກັບຫວຽດນາມເປັນປົກກະຕິ. ໃນຊຸມປີ 90 ຂອງສະຕະວັດກ່ອນ, ແຕ່ລະປີ, ບັນດານັກປະພັນຫວຽດນາມ ເຄີຍໄປຮອດ  Boston (ອາເມລິກາ) ເພື່ອເຂົ້າຮ່ວມກອງປະຊຸມສໍາມະນາວັນນະຄະດີໃນລະດູແລ້ງ. ມີເທື່ອໜຶ່ງ, ຄະນະຂອງນັກປະພັນ ຫງວຽນກວາງຊ໋າງ ຖືກກຸ່ມຊາວຫວຽດນາມພັດຖິ່ນຫົວຮຸນແຮງປິດລ້ອມ ແລະກະຈະທຳຮ້າຍພາຍຫຼັງການໂອ້ລົມຂອງເຂົາເຈົ້າຢູ່ຫໍສະໝຸດນະຄອນ Boston. Bruce Weigl ໄດ້ໃຊ້ຄັນທຸງເປັນ “ອາວຸດ” ເພື່ອປົກປ້ອງໃຫ້ບັນດານັກປະພັນຫວຽດນາມ ແລະຮ້ອງດັງວ່າ: “ກູແມ່ນທະຫານເຮືອຕີທາງບົກຂອງອາເມລິກາ. ພວກມຶງຢ່າທໍາຮ້າຍໝູ່ເພື່ອນຂອງກູ”;

leftcenterrightdel
ນັກກະວີ Bruce Weigl ອ່ານກະວີຢູ່ມະຫາວິທະຍາໄລວັດທະນະທໍາຮ່າໂນ້ຍ ໃນເດືອນທັນວາ 2012. ພາບ: ຟານເກວ້

Bruce Weigl ແມ່ນນັກກະວີອາເມລິກາຜູ້ທຳອິດ ທີ່ໄດ້ແປບັນດາບົດກະວີຫວຽດນາມເປັນພາສາອັງກິດ ແລະແນະນໍາເຖິງເພື່ອນຜູ້້ອ່ານອາເມລິກາ ນັບແຕ່ປີ 1987. ນັ້ນແມ່ນບັນດາບົດກະວີຂອງນັກຮົບປົດປ່ອຍຫວຽດນາມທີ່ຖືກກັກຂັງ, ຖືກເສຍຫາຍໃນສົງຄາມ. ໃນຊຸມປີມໍ່ໆມານີ້, ປີໃດ Bruce Weigl ກໍ່ມາຫວຽດນາມປະມານ 3 ເດືອນ. ທ່ານເວົ້າວ່າ, ທ່ານຢາກໄດ້ດໍາລົງຊີວິດຢູ່ຫວຽດນາມຫຼາຍກວ່າ. ມີເທື່ອໜຶ່ງ, ທ່ານເວົ້າກັບຂ້າພະເຈົ້າຄວາມໃຝ່ຝັນໃຫຍ່ທີ່ສຸດຂອງທ່ານແມ່ນເມື່ອເຖິງແກ່ມໍລະນະກຳ ທ່ານຢາກໄດ້ປົງສົບຢູ່ເຂດທ່ົງນາຊານເມືອງນະຄອນຮ່າໂນ້ຍ.

ເມື່ອຟັງ Bruce Weigl ເວົ້າຄືແນວນັ້ນ, ຂ້າພະເຈົ້າ ກໍ່ຫວນຄືນເຖິງຕອນຄໍ່າມື້ໜຶ່ງໃນປີ 2013, ປະລິນຍາໂທ ບຸ່ຍດຶກຖັ໋ງ, ເຮັດວຽກຢູ່ກົມສຸຂະອະນາໄມກັນໂລກລະບາດສູນກາງ ໄດ້ໂທຫາຂ້າພະເຈົ້າແຈ້ງໃຫ້ຮູ້ວ່າ: ວັນທີ 21 ກໍລະກົດ 2013, ລູກສາວ ແລະລູກເຂີຍຂອງທ່ານນາງ ສຈ.ປອ Judith Ladinsky ຈະນໍາເອົາກະດູກແມ່ຂອງຕົນມາຫວຽດນາມເພື່ອປົງສົບ, ເຂົາເຈົ້າໄດ້ປະຕິບັດຕາມຄວາມມຸ່ງຫວັງສຸດທ້າຍຂອງແມ່.  ທ່ານນາງ Judith Ladinsky ເສຍຊີວິດເມື່ອປີ 2011. ໃນຊຸມປີທ້າຍຊີວິດ, ເພິ່ນໄດ້ເວົ້າກັບຜູ້ຮ່ວມງານຫວຽດນາມ ແລະລູກສາວກ່ຽວກັບຄວາມມຸ່ງຫວັງຂອງຕົນ. ແລະບັນດາຍາດຕິພີ່ນ້ອງຂອງເພິ່ນຢູ່ສອງປະເທດໄດ້ປະຕິບັດຕາມຄວາມມຸ່ງຫວັງນີ້.

leftcenterrightdel
ທ່ານນາງ ສຈ.ປອ Judith Ladinsky. ພາບ: ຟານເກວ້

ໃນຫຼາຍສິບປີຄືນຫຼັງນີ້, ໃນຂະນະທີ່ອາເມລິກາ ພວມດໍາເນີນຄຳສັ່ງຂວ້ຳບາດຫວຽດນາມ, ເປັນຫຍັງ ທ່ານນາງ Judith Ladinsky ພັດມາປະເທດນີ້ດ້ວຍຄວາມມ່ວນຊື່ນ ແລະສະໝັກໃຈຄືແນວນັ້ນ? ແລະເພິ່ນໄດ້ມາແຫ່ງນີ້ເພື່ອເຮັດທຸກສິ່ງທຸກຢ່າງທີ່ອາດສາມາດເປັນໄປໄດ້ເພື່ອຊ່ວຍໃຫ້ຜູ້ຮ່ວມງານຫວຽດນາມ   ເມື່ອປະເທດນີ້ພວມຕົກຢູ່ໃນສະພາບທຸກຍາກຂາດເຂີນ ແລະຫຼ້າຫຼັງຫຼາຍຢ່າງພາຍຫຼັງໄລຍະສົງຄາມອັນຍືດເຍື້ອຍາວນານ ແລະຮ້າຍແຮງ. ການມາຫວຽດນາມແຕ່ລະຄັ້ງ, ເພິ່ນລ້ວນແຕ່ນໍາເອົາເຄື່ອງຂອງຫຼາຍຢ່າງເພື່ອຊ່ວຍໃຫ້ຫວຽດນາມ ຄື: ອຸປະກອນການແພດ, ຢາ, ປຶ້ມຄົ້ນຄວ້າ, ຕຳລາສອນກ່ຽວກັບແພດສາດ, ເຄື່ອງຈັກ... ເພິ່ນ ຍັງຈັດສົ່ງບັນດາແພດໝໍຫວຽດນາມໄປຮໍ່າຮຽນ, ບໍາລຸງສ້າງຢູ່ອາເມລິກາ, ແລ້ວໃຫ້ຄໍາປຶກສາແກ່ຂະແໜງສາທາລະນະສຸກຂອງຫວຽດນາມ ແລະເປີດກວ້າງການຮ່ວມມືກັບຂະແໜງຕ່າງໆ. ໃນຍາມນັ້ນ, ເພິ່ນແມ່ນປະທານຄະນະກໍາມະການຮ່ວມມືດ້ານວິທະຍາສາດກັບຫວຽດນາມ.

ຕອນເຊົ້າວັນທີ 22 ກໍລະກົດ 2013, ໂດຍໄດ້ຮັບຄວາມເຫັນດີຈາກລັດຖະບານແຫ່ງ ສສ ຫວຽດນາມ, ພິທີມອບຮັບກະດູກຂອງທ່ານນາງ ສຈ.ປອ Judith Ladinsky ໄດ້ຈັດຂຶ້ນຢູ່ກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ. ດ້ວຍບັນດາການອຸທິດສ່ວນຫຼາຍຢ່າງໃຫ້ແກ່ຫວຽດນາມ, ເພິ່ນໄດ້ຮັບການປະດັບຫຼຽນໄຊມິດຕະພາບ ແລະນາມມະຍົດອັນສູງສົ່ງຫຼາຍຢ່າງ ໂດຍກະຊວງສາທາລະນະສຸກ, ກະຊວງວິທະຍາສາດ ແລະເຕັກໂນໂລຢີ, ສະຫະພັນແມ່ຍິງຫວຽດນາມ ມອບໝາຍໃຫ້...

ແລະປະຈຸບັນແມ່ນນັກກະວີ Bruce Weigl. ທ່ານໄດ້ມາຫວຽດນາມ ແລະດໍາລົງຊີວິດປຽບເໝືອນຊາວຫວຽດນາມຜູ້ໜຶ່ງ. ບາງເທື່ອ, ຄິດວ່າຂ້າພະເຈົ້າຈະລືມໄປ, ທ່ານກໍ່ເວົ້າຢ້ຳກັບຂ້າພະເຈົ້າວ່າ ຈົ່ງຈື່ຈຳຄໍາສະເໜີຂອງທ່ານເດີ. ຄໍາສະເໜີນັ້ນເຮັດໃຫ້ຂ້າພະເຈົ້າ ຮູ້ສຶກວ່າ: ມີເພື່ອນມິດຊາວອາເມລິກາ ບາງຄົນ ພັດມີຄວາມຮັກຕໍ່ປະເທດຫວຽດນາມ ຄືແນວນັ້ນ.

ໂດຍ: ທູຈາງ