leftcenterrightdel
ໜ່ວຍກູ້ໄພພວມເກັບສົບຂອງຜູ້ປະສົບເຄາະຮ້າຍໃນເຫດອຸບັດຕິເຫດເຮືອບິນຕົກ (ພາບ: THX/ສໍານັກຂ່າວສານຫວຽດນາມ.

ວັນທີ 11 ມັງກອນ ທ່ານ Oleksiy Honcharuk ນາຍົກລັດຖະມົນຕີ ຢູແກຼນ ໄດ້ປະກາດວ່າປະເທດນີ້ຈະທົດແທນເງິນຈຳນວນ 8.350 USD ໃຫ້ແກ່ແຕ່ລະຄອບຄົວທີ່ມີຜູ້ເສຍຊີວິດໃນອຸບັດຕິເຫດເຮືອບິນຂອງບໍລິສັດການບິນສາກົນ ຢູແກຼນ (UIA) ທີ່ເກີດຂຶ້ນໃນວັນທີ 8 ມັງກອນທີ່ຜ່ານມາ. ນອກຈາກນັ້ນ, UIA ກໍ່ຈະທົດແທນໃຫ້ແກ່ຄອບຄົວຂອງບັນດາສະມາຊິກຈຸບິນຂອງຖ້ຽວບິນດັ່ງກ່າວ. ແລະກໍ່ໃນວັນດຽວກັນ, ທ່ານ Volodumyr Zelenskiy ປະທານາທິບໍດີຢູແກຼນ ກໍ່ຢັ້ງຢືນວ່າ ຢູແກຼນ ແລະ ອີຣານໄດ້ເຫັນດີເປັນເອກະພາບຕໍ່ການເລີ່ມຕົ້ນວຽກງານແກ້ກັບດຳຂອງເຮືອບິນທີ່ຖືກຕົກໃນອາທິດນີ້.

ແຫຼ່ງຄັດຈາກ: vovworld.vn