leftcenterrightdel
ຕໍາຫຼວດຈັບຕົວບັນດາຜູ້ຄົນຖືກສົງໄສວ່າເປັນກໍາລັງກໍ່ການຮ້າຍ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ບັ້ນບຸກໂຈມຕີດັ່ງກ່າວແມ່ນສ່ວນໜຶ່ງຂອງການສືບສວນໂດຍແບນຊິກດໍາເນີນ ເພື່ອແນໃສ່ Amaq ເຊິ່ງແມ່ນກົງຈັກໂຄສະນາຂອງ IS. ທ່ານ Eric van der Sypt ໂຄສົກຂອງອົງການໄອຍະການສະຫະພັນ ແບນຊິກ ໃຫ້ຂ່າວວ່າຕໍາຫຼວດແບນຊິກ ໄດ້ທໍາລາຍລະບົບໂປຼແກມໃນເຄື່ອງແມ່ຂອງ IS ຈໍານວນໜຶ່ງ, block ບັນຊີ ແລະ ເວັບໄຊ ໂດຍ IS ບໍລິຫານເປັນຈໍານວນຫຼາຍ.

ໃນຂະນະນັ້ນ, ຖະແຫຼງການຂອງ Europol ຊີ້ແຈ້ງວ່າອົງການດັ່ງກ່າວໄດ້ຮ່ວມມືກັບ 9 ພື້ນຖານອິນເຕີແນັດໃຫຍ່ທີ່ສຸດໃນປັດຈຸບັນເຊິ່ງລວມມີ Google, Twitter, Instagram ແລະ Telegram ເພື່ອຕ້ານຄືນບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ຂອງ IS.

ແຫຼ່ງຄັດຈາກ: vovworld.vn