ກ່ອນໜ້ານັ້ນ, ທ່ານ David Goldfein ໄດ້ກະຕຸກຊຸກຍູ້ໃຫ້ບັນດາປະເທດເຂດອ່າວ ເປີເຊຍ ແກ້ໄຂບັນດາຄວາມບໍ່ລົງລອຍກັນກໍ່ຄືສົມທົບກັນຕ້ານໄພນາບຂູ່ຕໍ່ຄວາມໝັ້ນຄົງຂອງບັນດາປະເທດເຫຼົ່ານີ້ເຊິ່ງທ່ານຖືວ່າ ອີຣານ ເປັນຜູ້ກໍ່ຂຶ້ນ. ຄຳກ່າວປາໄສຂອງເຈົ້າໜ້າທີ່ການທະຫານອາເມລິກາ ທ່ານນີ້ໄດ້ຍົກອອກມາໃນສະພາບທີ່ຄວາມເຄັ່ງຕຶງຢູ່ພາກພື້ນເຂດອ່າວ ເປີເຊຍ ພວມມີສັນຍາຫຼຸດລົງ. ຫວ່າງແລ້ວນີ້ ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມີເລັດ ແລະ ບາເຣັນ ກໍ່ໄດ້ປະກາດວ່າ ຈະເຂົ້າຮ່ວມການແຂ່ງຂັນບານໂລກ ເຊິ່ງຈະຈັດຕັ້ງຢູ່ ກາຕາ ໂດຍບໍ່ຫົວຊາຕໍ່ບັນດາມາດຕະການຂວ້ຳບາດທີ່ພວມຈັດວາງຕໍ່ ໂດຮາ.

ແຫຼ່ງຄັດຈາກ: vovworld.vn