ດ້ວຍຊື່ເອີ້ນແມ່ນ “ບັນດານັກລົງທຶນທົ່ວໂລກເພື່ອການພັດທະນາແບບຍືນຍົງ”, ສະຫະພັນໃໝ່ນີ້ ລວມມີການນຳວິສາຫະກິດໃຫຍ່ 30 ຄົນຈະພ້ອມກັນລະດົມແຫຼ່ງກຳລັງຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງ ດ້ວຍເປົ້າໝາຍຕົ້ນຕໍແມ່ນສົ່ງເສີມການລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ, ຍາວນານ.

leftcenterrightdel
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres (ພາບ: UN)

ຄາດວ່າ: ສະຫະພັນນີ້ຈະເຄື່ອນໄຫວໃນໄລຍະເວລາ 2 ປີ, ນັບແຕ່ເດືອນຕຸລາ 2019 ຫາເດືອນ ຕຸລາ 2021, ສຸມໃສ່ເຂົ້າໃນການຍົກອອກບັນດາມາດຕະການລົງທຶນພັດທະນາແບບຍືນຍົງຍາວນານ, ຊອກຫາບັນດາກາລະໂອກາດການລົງທຶນໃຫ້ແກ່ບັນດາປະເທດກຳລັງພັດທະນາ ແລະເພີ່ມທະວີແຫຼ່ງເງິນລົງທຶນພາກເອກະຊົນໃຫ້ແກ່ບັນດາໂຄງການພັດທະນາ.

ແຫຼ່ງຄັດຈາກ: vovworld.vn