leftcenterrightdel
ໂຄສົກວັງ Kremlin ທ່ານ Dmitry Peskov. ພາບປະກອບ: Lenta. 

ລັດເຊຍ ພວມຕິດຕາມຢ່າງໃກ້ຊິດບັນດາການກະທຳຂອງອາເມລິກາ ທີ່ຂະຫຍາຍບັນດາລະບົບອາວຸດປະເພດໃໝ່ ແລະ ມົດສະກູ ມີຄວາມວິຕົກກັງວົນກ່ຽວກັບສະພາບເກີດການຊ່ວງເສັງອາວຸດໃໝ່. ນັ້ນແມ່ນຄຳຖະແຫຼງຂອງໂຄສົກວັງ Kremlin ທ່ານ Dmitry Peskov ຍົກອອກມາໃນວັນທີ 08 ຕຸລາ.

ວິຈານກ່ຽວກັບຖະແຫຼງການກ່ອນໜ້ານັ້ນຂອງທ່ານປະທານາທິບໍດີອາເມລິກາ Donald Trump ແຈ້ງໃຫ້ຊາບກ່ຽວກັບແຜນການຜະລິດ “ອາວຸດປະເພດໃໝ່ທີ່ບໍ່ເຄີຍມີມາກ່ອນ”, ຜູ້ຕາງໜ້າວັງ Kremlin ຢືນຢັນວ່າ, ລັດເຊຍ ຈະບໍ່ເຂົ້າຮ່ວມການຊ່ວງເສັງອາວຸດຍ້ອນໄດ້ມີແຜນການສ້າງທ່າແຮງໂດດເດັ່ນມາກ່ອນນີ້ເປັນເວລາຫຼາຍປີກ່ຽວກັບດ້ານເຕັກໂນໂລຊີແລ້ວ ເພື່ອຮັບປະກັນຄວາມໝັ້ນຄົງແຫ່ງຊາດ ກໍ່ຄືທີ່ຕັ້ງທຽບເທົ່າ (ກ່ຽວກັບດ້ານອາວຸດ). ທ່ານ Dmitry Peskov ກໍ່ຢ້ຳຄືນວ່າ, ບັນດາການຄົ້ນຄວ້າຜະລິດລູກສອນໄຟໄລຍະກາງພ້ອມກັບບັນດາການລະເມີດແມ່ນສາເຫດຕົ້ນຕໍທີ່ເຮັດໃຫ້ສົນທິສັນຍາກ່ຽວກັບອາວຸດໄລຍະກາງ ແລະ ໄລຍະສັ້ນ (INF) ຖືກທຳລາຍ, ນາບຂູ່ຕໍ່ຄວາມໝັ້ນຄົງສາກົນ.

ແຫຼ່ງຄັດຈາກ: vovworld.vn