ກ່າວຄໍາເຫັນທີ່ພິທີລົງນາມ, ທ່ານ Ivan Duque, ປະທານາທິບໍດີປະເທດໂກລົມເບຍ ໃຫ້ຮູ້ວ່າ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບກົນໄກສົມທົບກັນລະຫວ່າງການນໍາບັນດາປະເທດ ຕໍ່ບັນດາບັນຫາທີ່ເກີດຂຶ້ນຢູ່ປ່າ Amazon. ທ່ານກໍ່ໃຫ້ຮູ້ວ່າ, ການນໍາບັນດາປະເທດຈະພົບປະກັນໃນການເຄື່ອນໄຫວຢູ່ນອກກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ ໃນເດືອນ 12 ຈະມາເຖິງ.

leftcenterrightdel
ໄຟໄໝ້ປ່າ Amazon. ພາບ: Getty Images

ໃນຂະນະນັ້ນ, ຕາມບົດບັນທຶກຂໍ້ຕົກລົງທີ່ຫາກໍ່ໄດ້ຮັບການລົງນາມ, ບັນດາປະເທດຈະສ້າງຕັ້ງລະບົບຮັບມືກັບໄພທໍາມະຊາດ ເພື່ອສາມາດສົມທົບກັນເປັນຢ່າງດີກວ່າເກົ່າໃນກໍລະນີເກີດໄຟໄໝ້ປ່າຂະໜາດໃຫຍ່. ບົດບັນທຶກຂໍ້ຕົກລົງກໍ່ຊຸກຍູ້ຂໍ້ລິເລີ່ມປູກປ່າ, ເພີ່ມທະວີການເຄື່ອນໄຫວຕິດຕາມກວດກາບັນຫາຕ່າງໆຢູ່ປ່າ Amazon ຜ່ານດາວທຽມ, ຍູ້ແຮງຄວາມຮັບຮູ້ກ່ຽວກັບບົດບາດຂອງປ່າ Amazon ໃຫ້ແກ່ປະຊາຄົມເພື່ອຮັກສາການພັດທະນາແບບຍືນຍົງ.  ນອກຈາກນັ້ນ, ບັນດາປະເທດກໍ່ເຫັນດີເປັນເອກະພາບແບ່ງປັນຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວຜິດກົດໝາຍຢູ່ປ່າ Amazon, ຕົວຢ່າງຄືສະພາບການຂຸດຄົ້ນແຮ່ທາດຜິດກົດໝາຍ.

ໂດຍ: ທູຈາງ