leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານ ນາຍົກລັດຖະມົນຕີອິນເດຍ Narendra Modi. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດປະຈຳປີລະຫວ່າງອິນເດຍ - ລັດເຊຍຄັ້ງທີ 20 ຢູ່ Vladivostock ປະເທດລັດເຊຍໃນວັນທີ 4 ກັນຍາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນໄດ້ຢັ້ງຢືນຄວາມປາດຖະໜາຢາກໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ, ຮຽກຮ້ອງໃຫ້ປັບປຸງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ສະແດງໃຫ້ເຫັນທັດສະນະກ່ຽວກັບບັນຫາອີຣານ. ຖະແຫຼງການຮ່ວມ, ທີ່ມີຊື່ວ່າ “ຜ່ານຄວາມໄວ້ເນື້ອເຊື່ອໃຈ ແລະ ການພົວພັນຄູ່ຮ່ວມມື-ມຸ່ງໄປເຖິງບັນດາຈຸດສູງໃນການຮ່ວມມືໃໝ່”, ຮຽກຮ້ອງໃຫ້ມີການຮ່ວມມືໃນຂົງເຂດການທະຫານ ແລະ ເຕັກໂນໂລຢີ, ດ້ວຍຄວາມສາມາດໃນການສ້າງຕັ້ງບັນດາບໍລິສັດຮ່ວມທຸລະກິດຢູ່ອິນເດຍ ເພື່ອພັດທະນາ ແລະ ປະດິດສ້າງເຮືອບິນພົນລະເຮືອນ.

ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ ຖະແຫຼງການຮ່ວມໄດ້ສະແດງເຖິງຄວາມປາດຖະໜາຢາກເຮັດໃຫ້ການພົວພັນລະຫວ່າງ ລັດເຊຍ ແລະ ອິນເດຍ ເລິກເຊິ່ງກວ່າອີກ, ລວມມີການເຄື່ອນໄຫວສົມທົບນະໂຍບາຍທາງການທູດ. ສ່ວນທ່ານນາຍົກລັດຖະມົນຕີ Modi ເນັ້ນໜັ້ກວ່າ ການຮ່ວມມືລະຫວ່າງສອງຝ່າຍບັນລຸໄດ້ “ໄລຍະໃໝ່” ດ້ວຍບັນດາບ້ວງເງິນລົງທຶນສອງຝ່າຍກ້ອນໃຫຍ່ “ທີ່ຍັງບໍ່ເຄີຍມີມາກ່ອນ” ໃນຂົງເຂດນ້ຳມັນອາຍແກັດ.

ແຫຼ່ງຄັດຈາກ: vovworld.vn