ບັນດາກຸ່ມບໍລິສັດນີ້ຖືວ່າ: ຈຸດເວລາຂຶ້ນພາສີສຳລັບສິນຄ້າຈີນ ແມ່ນບໍ່ເໝາະສົມຍ້ອນວ່າປະເທດອາເມລິກາ ໃກ້ຈະເຂົ້າສູ່ໄລຍະພັກບຸນ ໃນຂະນະທີ່ຄວາມຮຽກຮ້ອງຕ້ອງການຊື້ເຄື່ອງຂອງເພີ່ມຂຶ້ນສູງ. ເລື່ອງອາເມລິກາ ຂຶ້ນພາສີຈະເຮັດໃຫ້ບັນດາວິສາຫະກິດອາເມລິກາ ຂຶ້ນລາຄາຜະລິດຕະພັນ ແລະຜູ້ອຸປະໂພກບໍລິໂພກອາເມລິກາ ຈະເສຍຄ່າໃຊ້ຈ່າຍສູງກ່ວາ.

leftcenterrightdel
ພາບປະກອບຈາກ: vov.vn

ຄຳຮຽກຮ້ອງຂອງບັນດາວິສາຫະກິດອາເມລິກາ ໄດ້ຍົກອອກມາພາຍຫຼັງຫ້ອງການຕາງໜ້າດ້ານການຄ້າອາເມລິກາ ຢືນຢັນແຜນການຂຶ້ນພາສີເພີ່ມເຕີມ 5% ຂອງທ່ານປະທານາທິບໍດີ Donald Trump ສຳລັບສິນຄ້າທີ່ມີມູນຄ່າ 300 ຕື້ USD ຂອງ ຈີນ ແຕ່ວັນທີ 1 ກັນຍາ ແລະວັນທີ 15 ທັນວາ.

ແຫຼ່ງຄັດຈາກ: vovworld.vn