ຖະແຫຼງການ​ຮ່ວມ​ດັ່ງກ່າວ ລະບຸ​ວ່າທັງ​ຫ້າ​ປະເທດກ່າວ​ປະນາມ​ຢ່າງ​ແຂງແຮງ​ຕໍ່​ເຫດການ​ໂຈມ​ຕີທີ່​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 10 ສິງຫາ ຢູ່​ທີ່​ນະຄອນເບນ​ກາ​ຊີ ພ້ອມ​ທັງ​ເນັ້ນ​ໜັກ​ວ່າຕ້ອງ​ໄດ້​ພິສູດ​ໃຫ້​ເຫັນ​ທັນທີກ່ຽວ​ກັບ​ສະພາບ ກໍ່​ຄື​ກຳນົດ​ເຖິງ​ຊື່​ສຽງ​ຂອງ​ຜູ້​ກໍ່​ເຫດທີ່​ປະຕິບັດ​ການ​ໂຈມ​ຕີ ແລະນຳ​ເອົາ​ບັນດາ​ເປົ້າ​ໝາຍ​ຜູ້​ກໍ່​ເຫດ​ມາ​ລົງໂທດ. ຖະແຫຼງການ​ຮ່ວມ​ນັ້ນ ກໍ່​ໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່ງເຖິງ​ການ​ສະໜັບສະໜູນ​ຂອງ ສ ອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ, ອີ​ຕາ​ລີ ແລະ UAE ທີ່​ມີ​ຕໍ່​ພາລະກິດ​ຂອງ​ຄະນະ​ສະຫະ​ປະຊາ​ຊາດຢູ່​ໃນ​ລີ​ບີ.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.

ໃນ​ປັດຈຸບັນ​ນີ້, ນະຄອນ​ເບນ​ກາ​ຊີ ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ກອງ​ກຳລັງທີ່​ຂະໜານ​ນາມ​ດ້ວຍ​ຕົນ​ເອງ​ວ່າ​ເປັນ​ກອງທັບ​ແຫ່ງ​ຊາດ​ລີ​ບີ (LNA) ພາຍ​ໃຕ້​ການ​ນຳພາ​ຂອງ​ນາຍ​ພົນ ຄາ​ລີ​ຟາ ຮາ​​ຟ​ຕາ. ນັບ​ແຕ່​ຕົ້ນ​ເດືອນ​ເມສາ​ປີ​ນີ້ ​ເປັນຕົ້ນ​ມາ LNA ໄດ້​ດຳເນີນ​ການ​ໂຈມ​ຕີ​ຫຼາຍ​ເທື່ອເພື່ອ​ຍາດ​ເອົາ​ສິດ​ຄວບ​ຄຸມ​ນະຄອນຫຼວງຕຣີ​ໂປ​ລີ ຈາກ​ລັດຖະບານ​ສາມັກຄີ​ແຫ່ງ​ຊາດ (GNA) ຂອງ​ລີ​ບີ ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ.

ອົງການ​ອະນາໄມ​ໂລກ (WHO) ໃຫ້​ຮູ້​ວ່າການ​ຍິງ​ຕໍ່ສູ້​ຢູ່​ໃນ​ລີ​ບີ ນັບ​ແຕ່​ເດືອນ​ເມສາ​ເປັນຕົ້ນ​ມາ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 1.000 ກວ່າ​ຄົນ, ບາດເຈັບ 5.700 ຄົນ ແລະມີ 120.000 ກວ່າ​ຄົນຕ້ອງ​ອົບ​ພະ​ຍົບ​ໜີ​ໄພ​ຮຸນ​ແຮງ.

ຂ່າວ: ວຽງຈັນໃໝ່