ຕາມສະພາຫົວໜ້າເສນາທິການທະຫານປະສົມ ສ.ເກົາຫຼີ (JCS) ແລ້ວ, ບັນດາວັດຖຸທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນນັ້ນ ໄດ້ຍິງເປັນ 2 ຄັ້ງໃນຕອນເຊົ້າວັນທີ 6 ສິງຫາ, ຈາກທາງທິດໃຕ້ແຂວງ Hoang – He ຂອງ ສປປ.ເກົາຫຼີ. JCS ໃຫ້ຮູ້ວ່າ: ພວມຕິດຕາມສະພາບການໃນກໍລະນີມີເຫດຍິງວັດຖຸຕື່ມອີກ ແລະຮັກສາສະພາບກຽມພ້ອມ. ວົງການເຈົ້າໜ້າທີ່ອາເມລິກາ ໄດ້ຖະແຫຼງວ່າ ວໍຊິງຕັນ ພວມຕິດຕາມສະພາບການ ແລະປຶກສາຫາລືກັບບັນດາສຳພັນທະມິດແມ່ນ ສ.ເກົາຫຼີ ແລະຍີ່ປຸ່ນ.

leftcenterrightdel
ລູກສອນໄຟຂອງ ສປປ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ກໍ່ໃນຕອນເຊົ້າວັນທີ 6 ສິງຫາ, ຢູ່ທຳນຽບປະທານາທິບໍດີສ.ເກົາຫຼີ ໄດ້ຈັດຕັ້ງກອງປະຊຸມດ່ວນຂອງບັນດາລັດຖະມົນຕີທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງເພື່ອປຶກສາຫາລືກ່ຽວກັບເຫດຍິງວັດຖຸທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນໄດ້ຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ.

ແຫຼ່ງຄັດຈາກ: vovworld.vn