ຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ Putin ໄດ້ເນັ້ນໜັກວ່າ ມົດສະກູ ຈະບໍ່ເຄີຍປະຕິເສດບັນດາຂໍ້ສະເໜີເຈລະຈາ, ແຕ່ກໍ່ເນັ້ນໜັກວ່າບັນດາການເຈລະຈາຕ້ອງໄດ້ຮັບການກະກຽມຢ່າງລະອຽດ. ການນຳລັດເຊຍ ໄດ້ຍົກອອກຄຳຖະແຫຼງດັ່ງກ່າວພາຍຫຼັງທ່ານ Volodymyr Zelensky ປະທານາທິບໍດີຄົນໃໝ່ຂອງອູແກຣນ ເມື່ອວັນທີ 8 ກໍລະກົດ ໃຫ້ຮູ້ວ່າທ່ານພ້ອມແລ້ວທີ່ຈະພົບປະກັບທ່ານ Putin ຢູ່ Minsk ເພື່ອດຳເນີນບັນດາການເຈລະຈາ ແລະບັນດາການເຈລະຈານີ້ຄວນມີການເຂົ້າຮ່ວມຂອງບັນດາປະເທດ: ເຢຍລະມັນ, ອັງກິດ, ອາເມລິກາ ແລະຝລັ່ງ.

leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin. ພາບ: AFP

ໃນວັນດຽວກັນ, ວັງ Kremlin ໃຫ້ຮູ້ວ່າທ່ານປະທານາທິບໍດີ Putin ແລະທ່ານປະທານາທິບໍດີ Zelensky ໄດ້ປຶກສາຫາລືກ່ຽວກັບການປະທະກັນຢູ່ອູແກຣນ ໃນການແລກປ່ຽນຜ່ານທາງໂທລະສັບຄັ້ງທຳອິດລະຫວ່າງການນຳສອງຝ່າຍພາຍຫຼັງທ່ານ Zelensky ສະບານຕົວຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ໃນວັນທີ 20 ພຶດສະພາ. ຖະແຫຼງການຂອງວັງ Kremlin ໃຫ້ຮູ້ວ່າການນຳສອງປະເທດໄດ້ປຶກສາຫາລືກ່ຽວກັບວິທີການແກ້ໄຂການປະທະກັນຢູ່ພາກຕາເວັນອອກສ່ຽງໃຕ້ຂອງອູແກຣນ ແລະ ການຮ່ວມມືສອງຝ່າຍໃນບັນຫາມອບ - ຮັບຊະເລີຍເສິກ.

ແຫຼ່ງຄັດຈາກ: vovworld.vn