leftcenterrightdel
ທ່ານປະທານ EU Jean Claude Juncker. ພາບປະກອບ: AFP/ສໍານັກຂ່າວສານຫວຽດນາມ.

ສະຫະພາບເອີລົບ (ອີຢູ) ພວມສ້າງການພົວພັນໃໝ່ກັບສະຫະພັນລັດເຊຍ, “ຍ້ອນວ່າໂຄງສ້າງຄວາມໝັ້ນຄົງຈະບໍ່ສາມາດຄົງຕົວຖ້າຫາກບໍ່ມີລັດເຊຍ”. ໃນສື່ສັງຄົມອອນລາຍ Twitter, ທ່ານນາງ Mina Adreeva ໄດ້ຄັດຄຳເວົ້າຂອງປະທານ EC Jean Claude Juncker ທີ່ຊີ້ແຈ້ງວ່າ, ເຖິງວ່າຄັດຄ້ານເລື່ອງແຫຼມ Crimea ໂຮມເຂົ້າລັດເຊຍ ຄືນກໍ່ຕາມ, ແຕ່ທ່ານກໍ່ຖືວ່າ “ບໍ່ອາດມີການປະພຶດແບບເປັນປໍລະປັກກັບລັດເຊຍ ໄດ້”. ຕາມທ່ານ Jean Claude Juncker ແລ້ວ, ບໍ່ສາມາດມີໂຄງສ້າງຄວາມໝັ້ນຄົງໄດ້ຖ້າຫາກບໍ່ມີລັດເຊຍ, ສະນັ້ນ EC ພວມສ້າງການພົວພັນກັບມົດສະກູ ແລະ “ຢາກນຳ 2 ຝ່າຍຫຍັບມໍ່ເຂົ້າໃກ້ກັນກວ່າອີກ ເພື່ອດຳລົງຊີວິດໃນທ່າມກາງສັນຕິພາບ”.

ແຫຼ່ງຄັດຈາກ: vovworld.vn