leftcenterrightdel
ທ່ານປະທານາທິບໍດີລັດເຊຍ V.Putin. ພາບ: AFP.

ແຈ້ງການຂອງກົມສື່ມວນຊົນວັງ Kremlin ໃຫ້ຮູ້ວ່າ, ການໂອ້ລົມສົນທະນາທາງເຄືອຂ່າຍອິນເຕີແນັດ ປີ 2019 ຈະດໍາເນີນໃນເວລາ 12 ໂມງ (ຕາມເວລາມົດສະກູ) ໃນວັນທີ 20 ມິຖຸນາ,  ຈະໄດ້ອອກອາກາດຜ່ານຊ່ອງໂທລະພາບຕ່າງໆ, ຄື: 1tv, Rossia-1, NTV, OTR, MIR ແລະວິທະຍຸກະຈາຍສຽງ “Mai-ak”, “Vesti FM” ແລະ “Radio Rossyy”. ປະຊາຊົນລັດເຊຍ ສາມາດຕັ້ງຄໍາຖາມຕໍ່ຜູ້ນຳໜ້າປະເທດຜ່ານທາງໂທສະສັບ, ສົ່ງຂໍ້ຄວາມ SMS, MMS ກໍ່ຄືຜ່ານທາງເວັບໄຊຂອງລາຍການ ຫຼື ຜ່ານໂປຼແກຼມສະເພາະ. ນອກຈາກນັ້ນ, ຄຳຖາມຈະຖືກຮັບເອົາຜ່ານສື່ສັງຄົມອອນລາຍ “V-Kontakte” ແລະ “Odnoklassnhiky”.

ໂດຍ: ທູຈາງ