ການ​ຕົກລົງ​ດັ່ງກ່າວຖືກ​ນຳ​ອອກ​ມາ​ຢູ່​ໃນ​ການ​ພົບ​ປະ​ເຈລະຈາລະຫວ່າງ​ປະທານາທິບໍດີ​ລັດ​ເຊຍ ວາ​ລາ​ດີ​ເມຍ ປູ​ຕິນ ກັບ​ປະທານ​ປະເທດ​ຈີນ ສີ​ຈີ້ນ​ຜິງ ທີ່ຢູ່​ລະຫວ່າງ​ການ​ຢ້ຽມຢາມລັ​ດ​ເຊຍ.

ໃນ​ການ​ເຈລະຈາ​ດັ່ງກ່າວ ຜູ້ນຳ​ທັງ​ສອງ​ໄດ້​ຕີ​ລາຄາ​ການ​ພົວພັນ​ລະຫວ່າງ​ສອງ​ປະເທດ ໃນ​ໄລຍະ​ທີ່​ຜ່ານ​ມາ ທ່າມກາງ​ທີ່​ລັດ​ເຊຍ ແລະ ຈີນ ພວມ​ພະຍາຍາມ​ເພີ່ມ​ທະວີ​ການ​ຮ່ວມ​ມື ໃນ​ຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ​ກັບ ສ ອາ​ເມ​ຣິ​ກາ ເພີ່ມ​ຂຶ້ນ.

leftcenterrightdel
ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ​ລັດ​ເຊຍ ແລະທ່ານ ສີ​ຈີ້ນ​ຜິງ ປະທານ​ປະເທດ​ຈີນ . ພາບ: ສໍານັກຂ່າວສານຫວຽດນາມ.

ຄາດ​ວ່າໃນ​ໂອກາດ​ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ຜູ້ນຳ​ຈີນ​ໃນ​ເທື່ອ​ນີ້, ສອງ​ຝ່າຍ​ຈະ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ປະມານ 30 ສະບັບ ແລະ ຈະ​ມີ​ຖະແຫຼງການ​ອອກ​ມາກ່ຽວ​ກັບ​ການ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ຍຸດ​ທະ​ສາດ. ໃນ​ຂະນະ​ດຽວ​ກັນ ປະທານ ສີຈີ້ນ​ຜິງ ກໍ່​ຈະ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ຢູ່​​ນະຄອນແຊງເປ​ແຕກ​ບວກ ໃນ​ຖານະ​ທີ່​ເປັນ​ແຂກ​ຮັບ​ເຊີນ​ກິດຕິ​ມະ​ສັກ ແລະຈະ​ມີ​ຄຳ​ປາ​ໄສ​ຕໍ່​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ເວທີ​ປາ​ໄສ​ນີ້​ດ້ວຍ.

ເນື້ອໃນ: ວຽງຈັນໃໝ່