leftcenterrightdel
ຂີ້ເຫຍື້ອ ໄດ້ຮັບການແບ່ງປະເພດເພື່ອນຳໄປຜະລິດຄຶນໃໝ່ຢູ່ Narashino, ແຂວງ Chiba, ຍີ່ປຸ່ນ. ພາບ: AFT

ໂຄງການຮ່ວມມືນີ້ຄາດວ່າຮອດປີການເງິນ 2023 ຈະສ້າງໄດ້ນະຄອນແບບຢ່າງກ່ຽວກັບການກຳຈັດຂີ້ເຫຍື້ອ ແລະຜະລິດໄຟຟ້າຈາກຂີ້ເຫຍື້ອໄດ້ປະມານ 10 ນະຄອນ ເພື່ອແນໃສ່ຮັບມືກັບສະພາບມົນລະຜິດອາກາດ, ມົນລະພິດທາງທະເລ ກໍ່ຄືເລື່ອງຂາດເຂີນໄຟຟ້າໃຊ້ນັບມື້ນັບຮ້າຍແຮງ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ບັນດາຮາກຖານກຳຈັດຂີ້ເຫຍື້ອ ແລະຜະລິດໄຟຟ້າຈາກຂີ້ເຫຍື້ອຂອງຍີ່ປຸ່ນ ມີຄວາມສາມາດສະກັດກັ້ນສະພາບມົນລະພິດດ້ວຍການນຳໃຊ້ເຕັກນິກຈູດຂີ້ເຫຍື້ອໂດຍບໍ່ເຮັດໃຫ້ເກີດມົນລະພິດອາກາດ, ພ້ອມທັງຜະລິດໄຟຟ້າໄດ້ຈາກຄວາມຮ້ອນທີ່ກະຈາຍອອກຈາກວິວັດການຈູດຂີ້ເຫຍື້ອ.

ແຫຼ່ງຄັດຈາກ: vovworld.vn