leftcenterrightdel
ທ່ານປະທານາທິບໍດີອາເມລິກາ Donald Trump. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 30 ພຶດສະພາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຕີລາຄາວ່າປະເທດນີ້ພວມປະຕິບັດວຽກງານການເຈລະຈາດ້ານການຄ້າກັບ ຈີນ ເປັນຢ່າງດີ, ພ້ອມທັງຖືວ່າ ປັກກິ່ງ ຢາກບັນລຸໄດ້ຂໍ້ຕົກລົງກັບ ວໍຊີງຕັນ. ກ່າວຄໍາເຫັນຕໍ່ວົງການນັກຂ່າວເມື່ອອອກຈາກທໍານຽບຂາວ ທ່ານປະທານາທິບໍດີ Donald Trump ຊີ້ແຈ້ງວ່າ: “ຈີນ ຢາກບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບພວກເຮົາ. ພວກເຮົາເຄີຍມີຂໍ້ຕົກລົງສະບັບໜຶ່ງແລ້ວ ແລະເຂົາເຈົ້າກໍ່ໄດ້ທໍາລາຍມັນ. ຂ້າພະເຈົ້າຄິດວ່າຖ້າຫາກໄດ້ເຮັດຄືນນັ້ນເຂົາເຈົ້າຈະບໍ່ທໍາລາຍຄືເກົ່າອີກບໍ?.

ກໍ່ຕາມການນໍາ ອາເມລິກາ ແລ້ວ, ນະໂຍບາຍຈັດວາງອັດຕາພາສີຂອງປະເທດນີ້ສໍາລັບສິນຄ້າຂອງ ຈີນ ພວມເຮັດໃຫ້ບັນດາບໍລິສັດຜະລິດຂອງ ຈີນ ຕ້ອງຍ້າຍອອກຈາກປະເທດຂອງຕົນ ເພື່ອໄປຕັ້ງຮາກຖານການຜະລິດແຫ່ງໃໝ່ຢູ່ບັນດາປະເທດອື່ນ. ທ່ານກໍ່ຖືວ່າ ຈີນ ພວມໜູນຊ່ວຍລາຄາສໍາລັບບັນດາຜະລິດຕະພັນຂອງຕົນ ແລະເນື່ອງມາຈາກອັນນັ້ນປະຊາຊົນ ອາເມລິກາ ຈຶ່ງຈ່າຍພຽງແຕ່ໜ້ອຍໜຶ່່ງເທົ່ານັ້ນ”, ພ້ອມທັງຢ້ັງຢືນວ່າການຈັດວາງອັດຕາພາສີສໍາລັບສິນຄ້າຂອງ ຈີນ ບໍ່ໄດ້ສົ່ງຜົນກະທົບເຖິງໄພເງິນເຟີ້ຫຼາຍພໍປານໃດ.

ແຫຼ່ງຄັດຈາກ: vovworld.vn